ຣາຊະອານາຈັກໄທ ໄດ້ກຽມອອກມາດຕະການໃໝ່ ສຳລັບຄົນຕ່າງປະເທດທຸກຊາດ ລວມ ເຖິງ ສປປ ລາວ ທີ່ມີຄວາມຕ້ອງການເດີນທາງເຂົ້າປະເທດໄທ ຕ້ອງ ລົງທະບຽນທາງອອນລາຍກ່ອນ ເລີ່ມ 1 ພຶດສະພາ 2025 ນີ້.
ອີງຕາມການລາຍງານຂອງ ສື່ມວນຊົນໃນປະເທດໄທ, ຮອງໂຄສົກປະຈຳສຳນັກນາຍົກລັດຖະມົນຕີໄທປະກາດມາດຕະການຂອງ ສຳນັກງານກວດຄົນເຂົ້າເມືອງ ກຽມເປີດ ບໍລິການລະບົບເຂົ້າ-ອອກ ຣາຊະອານາຈັກໄທ ສຳລັບຄົນຕ່າງຊາດ ດ້ວຍລະບົບດີຈີຕອນ (ຕມ.6) ຫຼື Thailand Digital Arrival Card (TDAC).
ໂດຍຄົນຕ່າງຊາດທຸກຄົນ ຈະຕ້ອງລົງທະບຽນເດີນທາງເຂົ້າຣາຊະອານາຈັກໄທ ທຸກຊ່ອງທາງບໍ່ວ່າຈະເປັນທາງບົກ, ທາງເຮືອ ແລະ ທາງອາກາດ ຕ້ອງລົງທະບຽນຜ່ານລະບົບອອນລາຍ ຜ່ານທາງເວັບໄຊ https://tdac.immigration.go.th/arrival-card/#/home ເຊິ່ງຄົນຕ່າງຊາດ ສາມາດປະກອບຂໍ້ມູນ TDAC ໄດ້ລ່ວງໜ້າ 3 ມື້ ກ່ອນທີ່ຈະເດີນທາງເຂົ້າປະເທດໄທ ໂດຍຂໍ້ມູນທີ່ຕ້ອງໄດ້ປະກອບມີ: ເອກະສານເດີນທາງ, ໜັງສືເດີນທາງ, ຂໍ້ມູນສ່ວນບຸກຄົນ, ຂໍ້ມູນການເດີນທາງ, ທີ່ພັກໃນປະເທດໄທ, ສະຖານະທາງສຸຂະພາບ ຕາມປະກາດກະຊວງສາທາລະນະສຸກ. ໂດຍຜູ້ທີ່ມີຄວາມຕ້ອງການເດີນທາງເຂົ້າປະເທດໄທ ຈະຕ້ອງ ປະກອບຂໍ້ມູນສ່ວນຕົວ ແລະ ຂໍ້ມູນການເດີນທາງ ຕາມຂັ້ນຕອນ ໃນເວັບໄຊດ້ານເທິງ, ສົ່ງແບບຟອມ ແລະ ຮັບອີເມວຢືນຢັນ ແລະ ນໍາເອກະສານຢືນຢັນ ແລະ ເອກະສານເດີນທາງໄປສະແດງຕໍ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ເມື່ອເດີນທາງຮອດປະເທດໄທ.