ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຂຶ້ນຊີ້ແຈງບັນຫາຂ້າງເທິງນັ້ນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງວ່າ: ການຫັກລົບມູນຄ່າໂຄງການ ແມ່ນມີ 693 ໂຄງການ ມູນຄ່າ 3,675 ຕື້ກີບ, ສາມາດແກ້ໄຂໄດ້ 189 ໂຄງການ ມູນຄ່າ 1,329 ຕື້ກີບ. ສ່ວນທີ່ເຫຼືອ ຍັງບໍ່ທັນເອກະພາບ ຕໍ່ມູນຄ່າຫັກລົບໂຄງການ ຕາມຜົນການກວດກາ ລະຫວ່າງ ຜູ້ຮັບເໝົາ ແລະ ຄະນະກວດກາຈາກອົງການກວດກາແຫ່ງລັດ.
ສ່ວນການແກ້ໄຂໂຄງການນອກແຜນ, ທ່ານ ສັນຕິພາບ ພົມວິຫານ ຊີ້ແຈງວ່າ: ໂຄງການທັງໝົດ ມີ 98 ໂຄງການ ມູນຄ່າ 1,001 ຕື້ກີບ, ສາມາດແກ້ໄຂໄດ້ 64 ໂຄງການ ມູນຄ່າ 240 ຕື້ກີບ. ສ່ວນທີ່ເຫຼືອ ຍັງບໍ່ສາມາດດຳເນີນໄດ້ໄວ ເນື່ອງຈາກເປັນໂຄງການແກ່ຍາວມາດົນ, ງົບປະມານຂອງຂະແໜງການ ແລະ ທ້ອງຖິ່ນ ມີຈໍາກັດ. ພ້ອມນັ້ນ, ເຈົ້າຂອງໂຄງການ ກໍບໍ່ສາມາດຕອບສະໜອງເອກະສານໄດ້.
ທີ່ມາແຫຼ່ງຂໍ້ມູນຂ່າວ: ປະຊາຊົນ


