Vientiane Times Lao
ການນໍາຂັ້ນສູງຂອງ ຣາຊະອານາຈັກກໍາປູເຈຍ ຈະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ການນໍາຂັ້ນສູງຂອງ ຣາຊະອານາຈັກກໍາປູເຈຍ ຈະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ການນໍາຂັ້ນສູງຂອງ ຣາຊະອານາຈັກກໍາປູເຈຍ ນໍາໂດຍສົມເດັດ ປີໄຈ ເສນາ ເຕຍບັນ, ທີ່ປຶກສາຂັ້ນສູງຂອງເຈົ້າຊີວິດ, ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ຂອງ ລາຊະອານາຈັກກຳປູເຈຍ ຈະມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນລະຫວ່າງ ວັນທີ 1-2 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ, ເຮັດວຽກແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວນີ້, ຄະນະຜູ້ແທນຂັ້ນສູງ ແຫ່ງ ລາຊະອານາຈັກກໍາປູເຈຍ ມີແຜນຈະເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງເປັນການເພີ່ມທະວີສາຍພົວພັນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານໃຫ້ນັບມື້ຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກຍິ່ງຂຶ້ນກວ່າເກົ່າ.

Related Articles

Leave a Reply