ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ການນໍາຂັ້ນສູງຂອງ ສປ ຈີນ ນໍາໂດຍສະຫາຍ ຫວັງຮູ້ໜິງ ກໍາມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາ ການເມືອງທົ່ວປະເທດຈີນຈະນໍາພາ ຄະນະຜູ້ແທນຂັ້ນສູງພັກ, ລັດຂອງ ສປ ຈີນ ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ ສປປ ລາວ, ໃນລະຫວ່າງວັນທີ 1-3 ທັນວາ 2025 ທີ່ຈະມາເຖິງນີ້.
ໃນໂອກາດເຄື່ອນໄຫວຢ້ຽມຢາມຢູ່ ສປປ ລາວ, ສະຫາຍ ຫວັງຮູ້ໜິງ ຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ພິທີສະເຫຼີມສະຫຼອງການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 4 ປີ. ພ້ອມດຽວກັນນັ້ນ, ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ; ພົບປະກັບສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແລະ ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ. ການເດີນທາງມາຢ້ຽມຢາມຂອງສະຫາຍ ຫວັງຮູ້ໜິງ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ, ອັນຈະເປັນ ການສະໜັບສະໜູນເພື່ອນມິດຍຸດ ທະສາດ ແລະ ເສີມຂະຫຍາຍການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ປີ 2025 ນີ້, ນອກຈາກເປັນປີແຫ່ງການສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການສ້າງຕັ້ງ ສປປ ລາວ ແລ້ວ, ຍັງແມ່ນໂອກາດຄົບຮອບ 80 ປີຂອງການໄດ້ຮັບໄຊຊະນະສົງຄາມຕ້ານຟາດຊິດໂລກ, ຄົບຮອບ 80 ປີແຫ່ງການສ້າງຕັ້ງອົງການສະຫະປະຊາຊາດ, ຄົບຮອບ 70 ປີທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງ ການ ສະຫະປະຊາຊາດ, ຊຶ່ງເປັນອົງການທີ່ມີຈຸດປະສົງເປົ້າໝາຍສໍາຄັນໃນການປົກປັກຮັກສາສະຖຽນລະພາບສາກົນພາຍຫຼັງສົງຄາມໂລກຄັ້ງທີ2.
ສປປ ລາວ ຖືໂອກາດນີ້ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍໃນການເດັດດ່ຽວຍຶດໝັ້ນການເຄົາລົບຍັດຕິຂອງສະມັດຊາໃຫຍ່ ສປຊ ເລກທີ 2758 ແລະ ຫຼັກການປະເທດຈີນດຽວທີ່ຖື ວ່າ ໄຕ້ຫວັນແມ່ນສ່ວນໜຶ່ງຂອງ ສປ ຈີນ ທີ່ບໍ່ສາມາດຕັດແຍກອອກຈາກ ກັນໄດ້ ແລະ ຄັດຄ້ານຕໍ່ທຸກການກະທໍາທີ່ເປັນການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ.


