ອົງການກວດກາແຫ່ງລັດໄດ້ສຸມໃສ່ ການສອບການສໍ້ລາດບັງຫຼວງ ເຊິ່ງດຳເນີນການສືບສວນ-ສອບສວນໃນໄລຍະ 5 ປີ (2021-2025) ຈຳນວນ 18 ເປົ້າໝາຍ, ມີຜົນເສຍຫາຍ ທັງໝົດ 642,93 ຕື້ກີບ, ເງິນບາດ 68,95 ລ້ານບາດ,ເງິນຢວນ 7,80 ລ້ານຢວນ, ເງິນໂດລາ 66,8 ລ້ານໂດລາສະຫະລັດ ແລະ ເງິນດົງ 1,5 ຕື້ດົງ; ເກັບກູ້ໄດ້ແລ້ວ 66,40 ຕື້ກີບ, ເງິນບາດ 6,49 ລ້ານບາດ, ເງິນຢວນ 5,19 ລ້ານຢວນ, ເງິນໂດລາ 7,29 ລ້ານໂດລາສະຫະລັດ ຊຶ່ງຂໍ້ມູນດັ່ງກ່າວໂດຍແມ່ນທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເຄື່ອນໄຫວ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເຄື່ອນໄຫວ 5 ປີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດຊຸດທີ IX ໃນມື້ວານນີ້.
ທ່ານ ຄໍາພັນ ແຈ້ງໃຫ້ຮູ້ຕື່ມວ່າ: ນອກຈາກນັ້ນ, ຍັງເກັບກູ້ຄືນເປັນຊັບສິນອື່ນໆ; ມີຜູ້ກ່ຽວຂ້ອງ ທັງໝົດ 334 ຄົນ.ໃນນີ້, ເປັນພະນັກງານລັດ 212 ຄົນ, ພະນັກງານລັດວິສາຫະກິດ 44 ຄົນ, ຕ່າງປະ ເທດ 2 ຄົນ ແລະ ບຸກຄົນອື່ນໆ 77 ຄົນ.ໃນຈຳນວນ 18 ເປົ້າໝາຍນີ້ ໄດ້ດຳເນີນການສືບສວນ-ສອບສວນສໍາເລັດ ຈຳນວນ 13 ເປົ້າໝາຍ, ຂະຫຍາຍຜົນຕໍ່ຜູ້ກ່ຽວຂ້ອງ ຈຳ ນວນ 312 ຄົນ; ໃນນີ້, ສະຫຼຸບສົ່ງໄອຍະການ ເພື່ອສັ່ງຟ້ອງ ຈຳນວນ 86 ຄົນ ( ສານຕັດສິນແລ້ວ 23 ຄົນ ), ແກ້ໄຂຕາມລະບຽບບໍລິຫານ ຈໍານວນ 207 ຄົນ; ສະເພາະ ໃນປີ 2025 ໄດ້ດຳເນີນການສືບສວນ-ສອບສວນ 6 ເປົ້າ ໝາຍ, ມີຜູ້ກ່ຽວຂ້ອງ ຈຳ ນວນ 59 ຄົນ.
ແຫຼ່ງຂໍ້ມູນຂ່າວ: ປະຊາຊົນ


