ຖໍ້າປິວຢູ່ເມືອງຄຳ ແຂວງຊຽງຂວາງ ໄດ້ກາຍເປັນບ່ອນທ່ອງທ່ຽວຮ່ອງຮອຍປະຫວັດສາດ, ຮ່ອງຮອຍສົງຄາມ ແລະ ເປັນສະຖານທີ່ທີ່ສໍາຄັນຈາກເຫດການທີ່ປະຊາຊົນ ທັງຜູ້ເຖົ້າ ຜູ້ຍິງ ແລະ ເດັກນ້ອຍພາກັນເຂົ້າໄປຫຼົບໄພຈາກການສູ້ຮົບ ວັນທີ 24 ພະຈິກ 1968 ທະຫານອາເມຣິກາໄດ້ເອົາຍົນມາຍິງລູກສອນໄຟໃສ່ປາກຖໍ້າ ເຮັດໃຫ້ຄົນທີ່ຢູ່ໃນຖໍ້າເສຍຊີວິດທັງໝົດ 374 ສົບ ຈຶ່ງເປັນໂສກອານາດຕະກຳຖໍ້າປິວຈົນມາເຖິງປັດຈຸບັນ.
ຖໍ້າປິວຕັ້ງຢູ່ເຂດເປີ້ນພູບ້ານບວມລອງ ເມືອງຄໍາ ແຂວງຊຽງຂວາງ ເຊິ່ງຢູ່ຫ່າງຈາກເທດສະບານ ເມືອງຄໍາ ປະມານ 5 ກິໂລແມັດ ແລະ ຕັ້ງຢູຫ່າງຈາກໂພນສະຫວັນປະມານ 57 ກິໂລແມັດ ແລະ ຫ່າງໄກຈາກນະຄອນຫຼວງວຽງຈັນ 400 ກວ່າກິໂລແມັດ.
ປະຫວັດຄວາມເປັນມາ: ຖໍ້າປິວແຫ່ງນີ້ມີປະຫວັດອັນໜ້າສະເທືອນໃຈມີເຫດການໜື່ງທີ່ປະຊາຊົນຄົນລາວໂດຍສະເພາະແມ່ນປະຊາຊົນຊາວເມືອງຄໍາ ແມ່ນລືມບໍ່ໄດ້ນັ້ນຄື ຖໍ້າປິວ ມີໂສກອານາດຕະກໍາທີ່ເກີດຂື້ນໃນປາງສົງຄາມ. ໃນວັນທີ່24 ເດືອນພະຈິກ ປີ 1968 ໂດຍກອງກໍາລັງໂຈນອາກາດອາເມຣິກາ ໄດ້ໃຊ້ເຮືອບິນ F105 ຍິງລູກສອນໄຟອັນຮ້ອນແຮງທີ່ສຸດໃສ່ຖໍ້າປິວແຫ່ງນີ້ ເພື່ອເຂັ່ນຂ້າປະຊາຊົນຜູ້ບໍ່ລິສຸດທີ່ລີ້ໄພຢູ່ພາຍໃນຖໍ້າປິວ ພວກເຂົາໄດ້ຍິງລູກສອນໄຟຈໍານວນສາມລູກຄື: ລູກທີ່1 ຍິງບໍ່ເຂົ້າຖືກດ້ານຂວາມືຂອງປາກຖໍ້າ, ລູກທີ່ 2 ຍິງເຂົ້າໃນຖໍ້າປິວເຮັດໃຫ້ມີຄົນເສຍຊີວິດ 374 ສົບພາຍໃນສ້ຽວວິນາທີ, ຫຼັງຈາກນັ້ນພວກເຂົາກໍ່ໄດ້ຍິງອີກລູກ ໜຶ່ງແຕ່ວ່າບໍ່ເຂົ້າໃນຖໍ້າ, ຍັງເຫຼືອແຕ່ຜູ້ທີ່ອອກໄປຊອກຫາກິນຢູ່ທາງນອກ ແລະ ຜູ້ທີ່ໄປເປັນທະຫານຈໍານວນໜຶ່ງເທົ່ານັ້ນ. ຫຼັງຈາກນັ້ນເປັນເວລາ 7 ມື້ກອງຫຼອນກໍ່ໄດ້ມາເກັບມ້ຽນຊາກສົບຂອງຜູ້ເສຍຊີວິດໂດຍໃຊ້ເວລາ 4 ມື້, ເກັບມ້ຽນຝັງສົບໃສ່ຂຸມບົ່ມໃຫຍ່ລວມທັງໝົດ 7 ຂຸມ ຢູ່ດ້ານຂ້າງຂອງຖໍ້າໂດຍຝັງສົບລວມກັນ ດ້ວຍເຫດນີ້ຖໍ້າປິວຈຶ່ງເປັນອະນຸສອນສະຖານທີ່ມີຄວາມສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດ.ທີ່ມາ: Lao tourism


