ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກມາດ ຕະການສໍາຄັນທາງດ້ານການເງິນເພື່ອຮັບມືກັບສະ ພາບເສດຖະກິດທີ່ທ້າທາຍ ໂດຍໃນກອງປະຊຸມ ຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ IV ປະຈຳປີ 2025 ວັນທີ 20 ພະຈິກ ທີ່ຜ່ານມາ ໄດ້ຕົກລົງໃຈປັບຫຼຸດອັດຕາດອກເບ້ຍພື້ນຖານ ໄລຍະ 7 ວັນ ຈາກ 9% ລົງມາເປັນ 8.5% ຕໍ່ປີ.
ນີ້ນັບເປັນການປັບຫຼຸດອັດຕາດອກເບ້ຍ ຄັ້ງ ທີ 4 ໃນປີນີ້ ນັບແຕ່ ເດືອນ ມີນາ ທີ່ບັນທຶກໄວ້ທີ່ 10%.
ການຕັດສິນໃຈຄັ້ງນີ້ເກີດຂຶ້ນທ່າມກາງສະພາບເສດຖະກິດທີ່ຍັງຜະເຊີນກັບຄວາມສ່ຽງຫຼາຍດ້ານ. ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການ ທຫລ ທີ່ເປັນປະທານກອງປະຊຸມ ໄດ້ລະບຸເຖິງປັດໄຈທ້າທາຍທັງພາຍໃນ ແລະ ພາຍນອກ ເປັນຕົ້ນ ການຂະຫຍາຍຕົວຂອງເສດຖະກິດ ສາກົນ ທີ່ຄາດວ່າຊ້າລົງ, ການປັບຫຼຸດອັດຕາດອກເບ້ຍ ຂອງ ທະນາຄານກາງໃນພາກພື້ນ, ຄວາມຜັນຜວນອັດຕາ ແລກປ່ຽນ ແລະ ແຮງກົດດັນໜີ້ສິນຕ່າງປະເທດ ທີ່ຍັງສູງ.
ການປັບຫຼຸດດອກເບ້ຍພື້ນຖານໃນຄັ້ງນີ້ມີຈຸດປະສົງ ທີ່ຊັດເຈນ 3 ປະການເຊັ່ນ ຂະຫຍາຍການສະໜອງ ສິນເຊື່ອ ດ້ວຍອັດຕາດອກເບ້ຍທີ່ຕໍ່າລົງ ຈະຊ່ວຍກະຕຸ້ນ ໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອຫຼາຍຂຶ້ນ ເຊິ່ງໃນ ຂະນະນີ້ ສິນເຊື່ອມີທ່າອ່ຽງຂະຫຍາຍຕົວຊ້າ ແລະ ສະພາບຄ່ອງຂອງລະບົບທະນາຄານຍັງບໍ່ເຂັ້ມແຂງ ພຽງພໍ.
ກະຕຸ້ນການລົງທຶນ-ຜະລິດພາຍໃນ ຕົ້ນທຶນທີ່ຖືກລົງຈະເປັນແຮງຈູງໃຈໃຫ້ພາກເອກະຊົນລົງທຶນຂະຫຍາຍທຸລະກິດ ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການຜະລິດພາຍໃນປະເທດໃຫ້ເຂັ້ມແຂງ ຂຶ້ນ.
ຮັກສາສະຖຽນລະພາບການເງິນ ເຖິງວ່າຈະຫຼຸດດອກເບ້ຍກໍຕາມ, ການດໍາເນີນນະໂຍບາຍແບບປະສົມຍັງມຸ່ງຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຄວບຄຸມໄດ້ ຊຶ່ງຄາດການໃນໄຕມາດ 4 ຈະຢູ່ປະມານ 5% ແລະ ຫຼຸດລົງຕໍ່າກວ່າ 1 ຕົວເລກໃນທ້າຍປີ.
ກອງປະຊຸມຍັງເຫັນດີກັບແຜນນະໂຍບາຍເງິນຕາປີ 2026 ທີ່ຈະສືບຕໍ່ໃຊ້ນະໂຍບາຍແບບປະສົມ ທົບທວນກົນໄກເຄື່ອງມືຕ່າງໆ ແລະ ສືບຕໍ່ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງ ໂດຍກຳນົດຂອບອັດຕາແລກປ່ຽນຢູ່ທີ່ ±6.5% ເພື່ອຮັກສາສະຖຽນລະພາບຄ່າເງິນກີບ.
ທີ່ສຳຄັນ ທຫລ ຈະສືບຕໍ່ປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານ ປະສານສົມທົບນະໂຍບາຍການເງິນ-ເງິນຕາ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ມີປະສິດທິພາບຫຼາຍຂຶ້ນ.
ນອກຈາກນັ້ນ, ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ ເຮັດວຽກຢ່າງໃກ້ຊິດກັບເຈົ້າໜ້າທີ່ດ້ານການຄັງເພື່ອ ປະສານງານການດຳເນີນງານດ້ານການເງິນ-ການຄັງ ແລະ ການຄຸ້ມຄອງລາຄາສິນຄ້າ ໂດຍຮັກສາການປະເມີນສະຖານະການທີ່ທັນສະໄໝເພື່ອຮັບປະກັນວ່າທຸກມາດຕະການນະໂຍບາຍຍັງຄົງສອດຄ່ອງ ແລະ ຕອບສະໜອງໄດ້.
ກອງປະຊຸມເຄິ່ງວັນໄດ້ມີການສົນທະນາທີ່ສ້າງສັນ ແລະ ເຫັນດີກ່ຽວກັບມາດຕະການທີ່ຈຳເປັນເພື່ອເສີມສ້າງສະຖຽນລະພາບເສດຖະກິດມະຫາພາກ ແລະ ສະໜັບສະໜູນບູລິມະສິດການພັດທະນາຂອງຊາດໃນປີຕໍ່ໜ້າ


