Visit BigblueAgency
ທະຫານຊ່ວຍເລັ່ງສ້ອມແປງຟື້ນຟູຢູ່ແຂວງຈຳປາສັກ

ທະຫານຊ່ວຍເລັ່ງສ້ອມແປງຟື້ນຟູຢູ່ແຂວງຈຳປາສັກ

ກອງກຳລັງທະຫານແຂວງຈຳປາສັກ ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເລັ່ງສ້ອມແປງ ເຮືອນປະຊາຊົນທີ່ເປ່ເພ ແລະ ໂຄງລ່າງພື້ນ ຖານດ້ານຄົມມະນາຄົມທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ.
ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດຕັ້ງກຳລັງລົງສົມທົບກັບຄະນະກໍາມະການ ຄວບຄຸມ ແລະ ກອບກູ້ໄພພິບັດແຂວງ, ອົງການ ພາກລັດ ແລະ ເອກະຊົນ, ພໍ່ແມ່ປະຊາຊົນ ພ້ອມກັນເລັ່ງແກ້ໄຂຟື້ນຟູພື້ນບັນດາສະຖານທີ່ ທີ່ໄດ້ຮັບຜົນກະທົບຈາກນ້ໍາຖ້ວມດັ່ງກ່າວ ພາຍຫຼັງທີ່ນໍ້າໄດ້ບົກແຫ້ງລົງ ໂດຍສະເພາະ ແມ່ນຖະໜົນຫົນທາງຢູ່ນະຄອນປາກເຊ ແລະ ເມືອງຊະນະສົມບູນ ເຮັດໃຫ້ພໍ່ແມ່ປະຊາຊົນ, ພື້ນທີ່ການຜະລິດ ແລະ ພື້ນຖານໂຄງລ່າງ ຕ່າງໆໄດ້ຮັບຄວາມເສຍຫາຍເປັນວົງກ້ວາງ.
ການຟື້ນຟູດັ່ງກ່າວແມ່ນໄດ້ເລັ່ງໃສ່ ໂຄງລ່າງພື້ນ ຖານ ແລະ ປົວແປງສິ່ງທີ່ຈໍາເປັນຄື: ປັບປຸງປົວແປງເຮືອນຊານຂອງພໍ່ແມ່ປະຊາຊົນ, ປະກອບສ່ວນຊ້ອມແປງເສັ້ນທາງທີ່ຖືກຕັດຂາດ, ເຄື່ອນຍ້າຍຜູ້ປະສົບໄພ, ລຳລຽງສະບຽງອາຫານ, ໃຫ້ການປິ່ນປົວດ້ານສຸຂະພາບ ແລະ ປ້ອງກັນ ຄວາມເປັນລະບຽບຮຽບຮ້ອຍ, ຮັກສາຊັບ ສິນທີ່ມີຄ່າ ຂອງພໍ່ແມ່ປະຊາທີ່ຖືກຜົນກະທົບ.
ທ່ານ ພັນເອກ ບຸນມາກ ວິລະວົງ ຫົວຫນ້າການ ເມືອງກອງບັນຊາການທະຫານແຂວງຈໍາປາສັກ ແຈ້ງໃຫ້ຮູ້ວ່າ: ກອງບັນຊາການໄດ້ນຳໃຊ້ກຳລັງ 350 ຄົນ ເຂົ້າປະຕິບັດໜ້າມີ່ຮ່ວມ ກັບພາກສວ່ນທີ່ກ່ຽວຂ່ອງໃນການຟື້ນຟູດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຈຳປາສັກເປັນແຂວງໜຶ່ງໃນບັນດາ 6 ແຂວງພາກກາງ ແລະ ພາກໃຕ້ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນ້ຳຖ້ວມໃນປີນີ້ ນັບແຕ່ ຕົ້ນເດືອນກັນຍາເປັນຕົ້ນມາ.
ທົ່ວແຂວງຈຳປາສັກມີປະຊາຊົນທີ່ໄດ້ນັບຜົນກະທົບຈາກໄພທຳມະຊາດດັ່ງກ່າວລວມມີ 200,000 ກວ່າຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍອີກ 1 ຄົນ. ເສັ້ນທາງເປເພມີ 104 ເສັ້ນ, ຂົວ 5 ແຫ່ງ, ໂຮງຮຽນ 104 ແຫ່ງ, ສຸກສາລາ 16 ແຫ່ງ, ໂຮງຫມໍ 2 ແຫ່ງ.
ຂ່າວ: ສຸກນີລັນດອນ
ພາບ: ກອງບັນຊາການມະຫານແຂວງຈຳປາສັກ

Related Articles

Leave a Reply