Visit BigblueAgency
ທາງ​ດ່ວນ ວຽງ​ຈັນ-ວັງ​ວຽງ ຈະເປີດນໍາໃຊ້ ຢ່າງເປັນທາງການ ໃນ ວັນທີ 2 ທັນວາ 2020 ນີ້

ທາງ​ດ່ວນ ວຽງ​ຈັນ-ວັງ​ວຽງ ຈະເປີດນໍາໃຊ້ ຢ່າງເປັນທາງການ ໃນ ວັນທີ 2 ທັນວາ 2020 ນີ້

ໂຄງການກໍ່​ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ຮອດປັດຈຸບັນນີ້ແມ່ນສໍາເລັດຫຼາຍກວ່າ 70% ແລ້ວ, ຫຼັງຈາກໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງເດືອນພະຈິກ 2018  ຊຶ່ງຄາດວ່າເສັ້ນທາງດັ່ງກ່າວຈະເປີດນໍາໃຊ້ ຢ່າງເປັນທາງການ ໃນທ້າຍປີນີ້ ຄືມື້ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ 2020.

ໂຄງການກໍ່ສ້າງທາງດ່ວນ ດັ່ງກ່າວ ມີຄວາມຍາວທັງໝົດປະມານ 109,12 ກິໂລແມັດ, ກວ້າງ 23 ແມັດ ເປັນເສັ້ນທາງ ຄູ່ຂະໜານນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍຜ່ານ ເມືອງໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ. ເສັ້ນທາງດັ່ງກ່າວ ເປັນການລົງທຶນຂອງນັກທຸລະກິດຈີນ, ສໍາປະທານທັງໝົດ 50 ປີ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ຕື້ ໂດລາສະຫະລັດ, ໃນນີ້ລັດຖະບານລາວຖືຫຸ້ນນໍາ 5%.

ທາງດ່ວນວຽງຈັນ-ວັງວຽງ ຖືກອອກແບບໃຫ້ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ມີອຸໂມງ 1 ແຫ່ງ (ເຂດພູພະນັງ), ມີຂົວຂ້າມທາງທັງໝົດ 31 ແຫ່ງ ໃນນີ້ມີຂົວຂ້າມທາງ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ.

ປະຈຸບັນ ໄດ້ສໍາເລັດການປູຢາງໝາກຕອຍ ຊັ້ນທໍາອິດ ສໍາເລັດແລ້ວ ຫຼາຍກ່ວາ 50 ກິໂລແມັດ ແລະ ການເຈາະອຸໂມງ ເຂດພູພະ ກໍ່ໄດ້ສໍາເລັດສົມບູນແລ້ວ ໂດຍວຽກທີ່ເລັ່ງໃສ່ໃນປັດຈຸບັນແມ່ນການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ. ໂຄງການເສັ້ນທາງດ່ວນ ວຽງຈັນວັງວຽງ ໃນເບື້ອງຕົ້ນ, ຄາດວ່າ ຈະສໍາເລັດໃນທ້າຍປີ 2021 ແຕ່ ໃນຕົວຈິງ ແມ່ນຈະສ້າງສໍາເລັດ ໃນປີ 2020.  ຫຼັງຈາກເປີດການນໍາໃຊ້, ລາຄາການບໍລິການຈະແມ່ນ 550 ກີບຕໍ່ ກິໂລແມັດ ຫຼື ລວມທັງໝົດ 62,000 ກີບ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ.

ຂ່າວ: ວຽງຈັນທາຍ

ພາບ: ຂັດຕິຍະສັກ 

Related Articles

Leave a Reply