ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ມອບຢາເສບຕິດຫຼາຍປະເພດ ເມື່ອມໍ່ໆມານີ້ ໃຫ້ ປກສ ນະຄອນຫຼວງວຽງຈັນ ລວມມີຢາບ້າ 272 ແພັກ ແລະ 1 ມັດ ເທົ່າກັບ 1.634.000 ເມັດ; ຢາໄອສ໌ຖົງສີຂຽວການໍ້າເຕົ້າ 60 ຖົງ ນ້ໍາໜັກ 60 ກິໂລ ກຣາມ; ຢາໄອ ກາທຸລຽນ 10 ຖົງ ນໍ້າໜັກ 9 ກິໂລກຣາມ; ຢາໄອຖົງສີຂຽວກາໃບຊາ 10 ຖົງ ນໍ້າໜັກ 9 ກິໂລກຣາມ; ສານເສບຕິດປະເພດເອຟິດຣີນ 235 ຖົງ ນໍ້າໜັກ 235 ກິໂລກຣາມ; ເມັດສີຂຽວຄ້າຍຄືຢາບ້າ 1 ຖົງ ນໍ້າໜັກ 1 ກິ ໂລກຣາມ; ແປ້ງຝຸ່ນສີແດງ 1 ຖົງ ນໍ້າໜັກ 4 ກິໂລກຣາມ ແລະ ເຄື່ອງຈັກຜະລິດເມັດຢາບ້າ 1 ເຄື່ອງ.
ພັນໂທ ຄໍາມະນີ ແກ້ວສີຫາ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊທານີໄດ້ແຈ້ງໃຫ້ຮູ້ວ່າ: ຢາເສບຕິດດັ່ງກ່າວນີ້ໄດ້ມາຈາກ 3 ເຫດການຄື: ເຫດການທີ່ໜຶ່ງ: ໃນຄັ້ງວັນທີ 20/04/2025 ມີພົນ ລະ ເມືອງດີແຈ້ງລາຍງານມາຍັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງ ໄຊທານີ ວ່າ: ໃນໄລຍະກາງເດືອນ 4 ປີ 2025 ມີກຸ່ມເປົ້າໝາຍເຄື່ອນໄຫວພົວພັນຢາເສບຕິດ ໄດ້ນໍາໃຊ້ລົດກະບະລິໂວ້ ສີຂາວ ບໍ່ຕິດປ້າຍທະບຽນ ຂົນສົ່ງຢາເສບຕິດຈໍານວນຫຼາຍມາຊຸກເຊື່ອງ, ເກັບຮັກສາໄວ້ຢູ່ເຮືອນເຊົ່າ 2 ຊັ້ນຫຼັງໜື່ງ ຕັ້ງຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕົກມາຮອດວັນທີ 02/05/2025 ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະໄດ້ສົມທົບກັບການຈັດຕັ້ງຂັ້ນພື້ນຖານລົງກວດກາເຮືອນຫຼັງດັ່ງກ່າວ ແລ້ວພົບເຫັນຂອງກາງຢາເສບຕິດປະເພດຢາບ້າ 240 ແພັກເທົ່າ 1.440.000 ເມັດ, ຢາໄອສ໌ຖົງສີຂຽວການໍ້າເຕົ້າ 60 ຖົງ ນໍ້າໜັກ 60 ກິໂລກຣາມ, ຢາໄອສ໌ກາທຸລຽນ 10 ຖົງ ນໍ້າໜັກ 9 ກິໂລກຣາມ ແລະຢາໄອສ໌ຖົງສີຂຽວກາໃບຊາ 10 ຖົງ ນໍ້າໜັກ 9 ກິໂລກຣາມ ສ່ວນເປົ້າໝາຍໄດ້ເອົາຕົວຫຼົບໜີ.
ເຫດການທີ່ສອງ: ໃນຄັ້ງວັນທີ 30/04/2025 ເຈົ້າໜ້າທີ່ ປກສ ກຸ່ມ ບ້ານໄຊ ໄດ້ຮັບການລາຍງານຈາກຜົນລະເມືອງດີວ່າ ມີຄົນຈີນມາເຊົ່າເຮືອນໜຶ່ງຫຼັງ ຢູ່ບ້ານ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ບໍ່ມາຢູ່ເປັນເວລາຫຼາຍເດືອນ. ສະນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມ ບ້ານໄຊ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານດອນໜູນ ເຂົ້າກວດກາ ຜ່ານການກວດກາພົບເຫັນສານເສບຕິດ ເອຟິດຣີນ 235 ຖົງ ນໍ້າໜັກ 235 ກິໂລກຣາມ, ສ່ວນຜູ້ກະທໍາຜິດໄດ້ເອົາຫຼົບໜີ.
ເຫດການທີ່ສາມ:ໃນຄັ້ງວັນທີ 28/10/2025 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ ປກສ ກຸ່ມບ້ານຊ້າງ ວ່າມີພົນລະເມືອງດີໄປພົບເຫັນວັດຖຸຄ້າຍຄືຢາເສບຕິດທີ່ຖືກນໍາເອົາມາຖິ້ມຢູ່ແຄມປ່າເຂດດິນເປົ່າຫວ່າງ ຢູ່ບ້ານນາຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະໄດ້ລົງສົມທົບກັບການຈັດຕັ້ງຂັ້ນພື້ນຖານເພື່ອເກັບກໍາຂໍ້ມູນ ແລະກວດກາຕົວຈິງແມ່ນພົບເຫັນຢາເສບຕິດ ປະເພດຢາບ້າ 32 ແພັກ ແລະ 1 ມັດ ເທົ່າກັບ 194.000 ເມັດ, ເມັດສີຂຽວຄ້າຍຄືຢາເສບຕິດ (ຢາບ້າ) 1 ຖົງ ນໍ້າໜັກ 1 ກິໂລກຣາມ, ແປ້ງຝຸ່ນສີແດງ 1 ຖົງ ນໍ້າໜັກ 4 ກິໂລກຣາມ ແລະ ເຄື່ອງຈັກຜະລິດເມັດຢາບ້າ 1 ເຄື່ອງ.
ຂ່າວ-ພາບ: ຈັນດີ


