Vientiane Times Lao
ປກສ ແຂວງຈໍາປາ ສັກ ກັກຕົວໄວລຸ້ນ 7 ຄົນ ໃນຂໍ້ຫາຮ່ວມກັນຊື້ຂາຍຢາບ້າ

ປກສ ແຂວງຈໍາປາ ສັກ ກັກຕົວໄວລຸ້ນ 7 ຄົນ ໃນຂໍ້ຫາຮ່ວມກັນຊື້ຂາຍຢາບ້າ

ເຈົ້າໜ້າທີ່ພະແນກຕຳ ຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາ ສັກ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂເປົ້າໝາຍຢາເສບຕິດ ຢູ່ເຂດບ້ານນາແຫກ ນະຄອນປາກເຊ ແຂວງຈຳສັກ ເມື່ອມໍ່ໆມານີ້ ສາມາດຈັບເປົ້າໝາຍໄດ້ 7 ຄົນ (ຍິງ 2 ຄົນ) ພ້ອມເຄື່ອງຂອງກາງ ຢາບ້າ 2.494 ເມັດ, ໂທລະສັບ 7 ເຄື່ອງ ແລະ ລົດຈັກ 1 ຄັນ.

ຜູ້ຖືກຫາທັງ 7 ຄົນ ຊື່: ທ້າວ ດາວສະຫວັນ ອາຍຸ 27 ປີ ຢູ່ບ້ານສະໝາມໄຊ, ທ້າວພົມມະຂັນ ອາຍຸ 28 ປີ ຢູ່ບ້ານນາແຫກ, ທ້າວສຸກສະຫວັນ ອາຍຸ 27 ປີ ຢູ່ບ້ານນາແຫກ ທັງສາມຂຶ້ນກັບນະ ຄອນປາກເຊ, ທ້າວອຸດ ອາຍຸ 18 ປີ ຢູ່ເທດສະບານ ເມືອງສະໝ້ວຍ ແຂວງສາລະວັນ, ນາງ ຕີນ່າ ອາຍຸ 23 ປີ ບ້ານຢູ່ ສະໝາມໄຊ ນະຄອນປາກເຊ, ນາງ ຫຍິງ ອາຍຸ 17 ປີ ຢູ່ບ້ານສະໝາມໄຊ ນະຄອນປາກເຊ ແຂວງຈຳປາສັກ ແລະ ທ້າວອານົງ ອາຍຸ 19 ປີ ຢູ່ເທດສະບານ ເມືອງສະໝ້ວຍ ແຂວງສາລະວັນ.

ປັດຈຸບັນ, ຄະດີ ດັ່ງກ່າວ ແມ່ນ ຍັງຢູ່ໃນຂັ້ນຕອນການດຳເນີນ ການສອບສວນຂອງເຈົ້າໝ້າທີ່ວິຊາສະເພາະ ເພື່ອຊອກຫາຜູ້ເຂົ້າຮ່ວມຂະບວນການ.

ທີ່ມາຂ່າວ: ປກສ ແຂວງຈຳປາສັກ

 

Related Articles

Leave a Reply