Vientiane Times Lao
ປະທານປະເທດ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ-ລັດ ຈີນ

ປະທານປະເທດ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ພັກ-ລັດ ຈີນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ຮູ້ໜິງ ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປ ຈີນ ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ ໃນວັນທີ 1-3 ທັນວາ 2025.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງ ສະຫາຍ ຫວັງ ຮູ້ໜິງ ໃນຄັ້ງນີ້, ຊຶ່ງເປັນການຢ້ຽມຢາມທີ່ມີຄວາມໝາຍສໍາຄັນ ແລະ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ດ້ວຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະ ລະຫວ່າງ ສະຫາຍ ຫວັງ ຮູ້ໜິງ ກັບ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ປະທານສູນກາງແນວລາວສ້າງຊາດ ກໍຄື ການພົວພັນຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃນໄລຍະຜ່ານມາ; ໄດ້ຕີລາຄາສູງຕໍ່ການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນໂຄງການທີ່ມີຄວາມໝາຍຍຸດທະສາດຂອງສອງປະເທດ ລາວ-ຈີນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ ພັກ, ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ທັງໄດ້ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍ ຂອງພັກ, ລັດລາວ ຕໍ່ຫຼັກການປະເທດຈີນດຽວ, ຮັບຮູ້ວ່າ ໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ ຂອງ ສປ ຈີນ; ສະໜັບສະໜູນ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມ ທີ່ ສະຫາຍ ສີ ຈິ້ນຜິງ ສະເໜີອອກໃນໄລຍະຜ່ານມາ. ພ້ອມນີ້, ກໍໄດ້ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ເນື້ອໃນສານຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ.

ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ຮູ້ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດ ສະໜົມຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ໄດ້ຕາງໜ້າອ່ານສານຊົມເຊີຍ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງໄດ້ມີຄໍາເຫັນຕີລາຄາສູງ ຕໍ່ຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ; ໄດ້ອວຍພອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຕົ້ນປີ 2026 ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້. ພ້ອມທັງ ແຈ້ງໃຫ້ຊາບຜົນການພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ປະທານສູນກາງແນວລາວສ້າງຊາດ; ຕີລາຄາສູງຜົນການພົບປະ ລະຫວ່າງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ໃນໂອກາດຢ້ຽມຢາມ ສປ ຈີນ ໃນຕົ້ນເດືອນກັນຍາ 2025 ຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງການນໍາຂັ້ນສູງສຸດຂອງ 2 ພັກ ລາວ-ຈີນ ທີ່ໄດ້ເປັນເອກະພາບກັນນັ້ນ ຈະເປັນທິດທີ່ໜັກແໜ້ນແກ່ການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຈີນ ທີ່ເປັນມູນເຊື້ອ ໃຫ້ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ທີ່ມາຂ່າວ: ກະຊວງການຕ່າງປະເທດ

ພາບ: ອ່າຍຄຳ

 

Related Articles

Leave a Reply