Visit BigblueAgency
ຜູ້ນຳປະເທດລຸ່ມແມ່ນ້ຳຂອງ-ສ.ເກົາຫລີ ຫາລືກັນເພື່ອ ຊຸກຍູ້ການຂະຫຍາຍຕົວເສດຖະກິດໃນພາກພື້ນ

ຜູ້ນຳປະເທດລຸ່ມແມ່ນ້ຳຂອງ-ສ.ເກົາຫລີ ຫາລືກັນເພື່ອ ຊຸກຍູ້ການຂະຫຍາຍຕົວເສດຖະກິດໃນພາກພື້ນ

ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ. ເກົາຫລີຄັ້ງປະຖົມມະລຶກ ທີ່ໄດ້ຈັດຂຶ້ນໃນມື້ນີ້ ວັນທີ 27 ພະຈິກ 2019 ທີ່ນະຄອນປູຊານ, ສ.ເກົາຫລີ ແມ່ນເປັນຂີດໝາຍປະຫວັດສາດອັນສໍາຄັນ ໃນການຍົກລະດັບກົນໄກການຮ່ວມມື ຂຶ້ນສູ່ລະດັບສູງສຸດ ພ້ອມທັງ ເປັນໂອກາດອັນດີໃນການຮ່ວມກັນ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ສໍາລັບຂອບການ ຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ເພື່ອກະຕຸກຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດໃນພາກພື້ນແມ່ນໍ້າຂອງ.

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນ ຈາກ ສ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງມີບັນດາຜູ້ນຳ ຈາກປະເທດສະມາຊິກ ແມ່ນໍ້າຂອງສ.ເກົາຫລີ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປະທານາທິບໍດີ ສ.ເກົາຫລີ ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2011 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດຄື: ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສ. ເກົາຫລີ. ຈຸດປະສົງ ຂອງການສ້າງຕັ້ງກົນໄກການຮ່ວມມືດັ່ງກ່າວແມ່ນເພື່ອ ຮັດແໜ້ນການພົວພັນ ແລະ ຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ກັບ ສ. ເກົາຫລີ ກໍ່ຄື ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ແລະ ສ.ເກົາຫລີ ແລະ ຢູ່ໃນກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 8 ໃນປີ 2018 ຜ່ານມາ, ໄດ້ຕົກລົງຍົກລະດັບກົນໄກການຮ່ວມມືໄປສູ່ ລະດັບສຸດຍອດ ຊຶ່ງ ສ.ເກົາຫລີ ໄດ້ຮັບເປັນເຈົ້າພາບຈັດກອງປະຊຸມຄັ້ງປະຖົມມະລຶກໃນຄັ້ງນີ້.

ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງປະຖົມມະລຶກ ໃນປີນີ້ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດ​​ແມ່ນ້ຳຂອງສ.ເກົາຫລີ ຄັ້ງທີ 9 ຊຶ່ງໄດ້ຈັດຂຶ້ນໃນເດືອນ ສິງຫາ 2019 ທີ່ຜ່ານມາ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດວຽກງານຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໃນໄລຍະ 1  ປີຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ 3 ປີ ແມ່ນໍ້າຂອງ-ສ. ເກົາຫລີ (2017-2020) ແລະ ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 8, ຊຶ່ງບັນດາຜູ້ນໍາແມ່ນໍ້າ ຂອງ-ສ. ເກົາຫລີ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການ ຮ່ວມມືໃນໄລຍະຜ່ານມາ ແລະ ເຫັນວ່າ ຂອບການຮ່ວມມືດັ່ງກ່າວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງການຕ່າງໆ ພາຍໃຕ້ກອງທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນບັນດາປະເທດສະມາຊິກຢ່າງເປັນຮູບປະທໍາ ແລະ ໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນແມ່ນໍ້າຂອງ. ໃນນັ້ນ, ລວມມີ 3 ໂຄງການ ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ສປປ ລາວ ຄື:

1. ໂຄງການເພີ່ມຄວາມອາດສາມາດຂອງປະຊາຊົນ ແລະ ບັນດາເມືອງທຸກຍາກ ຂອງ ສປປ ລາວ ໃນການເຂົ້າເຖິງ ນິຕິກໍາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ແກ່ການເຊື່ອມໂຍງ, ການຮ່ວມມືເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ; 2. ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລ່າງ ດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃນອ່າງແມ່ນໍ້າຂອງ ຢູ່ ສປປ ລາວ ໃຫ້ທັນສະໄໝ ແລະ 3. ໂຄງການພັດທະນາ ລະບົບຕິດຕາມການຈັດຕັ້ງປະຕິບັດໂຄງການ ໃນຂົງເຂດພາກພື້ນແມ່ນໍ້າຂອງ. ທັງ 3 ໂຄງການລວມມູນຄ່າທັງໝົດ ແມ່ນ ຫຼາຍກວ່າ 1,2 ລ້ານໂດລາ.

ພ້ອມດຽວກັນນັ້ນ,​ ບັນດາຜູ້ນໍາປະເທດແມ່ນໍ້າຂອງ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ສ. ເກົາຫລີ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂອບການຮ່ວມມືດັ່ງກ່າວ ໂດຍສະເພາະ ການເພີ່ມງົບປະມານຊ່ວຍເຫຼືອເຂົ້າໃນກອງ ທຶນຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ຈາກ 1,12 ລ້ານໂດລາ ໃນປີ 2018 ມາເປັນ 2 ລ້ານໂດລາ ໃນປີ 2019 ແລະ ມີແຜນຈະເພີ່ມ ຂຶ້ນເປັນ 3 ລ້ານໂດລາ ໃນປີ 2020.

ຜູ້ນໍາ ສ. ເກົາຫລີ ກໍ່ໄດ້ຢໍ້າຄືນເຖິງ ນະໂຍບາຍຫັນສູ່ທິດໃຕ້ໃໝ່ ຂອງ ສ.ເກົາຫລີ ຊຶ່ງຖືເປັນຂໍ້ລິເລີ່ມໜຶ່ງ ທີ່ຖືກກັບກາລະໂອກາດ ແຫ່ງ ການສົ່ງເສີມການຮ່ວມມື ເພື່ອການພັດທະນາ ດ້ານເສດຖະກິດ ບົນຫຼັກການຕ່າງຝ່າຍ ຕ່າງມີຜົນປະໂຫຍດ.

ກອງປະຊຸມ ໄດ້ຮັບຮອງເອົາເອກະສານສໍາຄັນ ຈໍານວນ 1 ສະບັບຄື: ຖະແຫຼງການ ແມ່ນໍ້າຂອງ-ແມ່ນໍ້າຮັນ ວ່າດ້ວຍ ການສ້າງຄູ່ຮ່ວມມື ເພື່ອປະຊາຊົນ, ວັດທະນາຖາວອນ ແລະ ສັນຕິພາບ (Mekong-Han River Declaration For Establishing  Partnership for People, Prosperity and Peace) ຊຶ່ງປະກອບມີ 3 ເສົ້າຄໍ້າ ຄື: 1. ປະຊາຊົນ ໃນສັງຄົມທີ່ມີສ່ວນຮ່ວມ (People for Inclusive Society); 2. ຄວາມວັດທະນາຖາວອນ ຈາກການແບ່ງປັນປະສົບການ (Prosperity by Sharing Experience) ແລະ 3. ສັນຕິພາບ ເພື່ອການພັດທະນາທີ່ຍືນຍົງ (Peace for Sustainable Development).

ຂ່າວ: ວຽງັນທາຍ

ພາບ: ກົມຂ່າວ

Related Articles

Leave a Reply