ທ້າວ ເກຍ ຢ່າ ອາຍຸ 39 ປີ ຢູ່ບ້ານພູກໍ ເມືອງງາ ແຂວງອຸດົມໄຊໄດ້ໃຊ້ປືນແກັບ ຍິງເມຍ ຊື່ນາງ ໄມນົງ ທໍ ອາຍຸ 24 ປີ ເສຍຊິວິດຄາທີ່ ຢູ່ ຖຽງໄຮ່ (ສະໜໍ່າ) ຂອງທ້າວ ປໍທໍ ຍ້ອນສົງໃສວ່າເມຍລັກຫຼິ້ນຊູ້ ຊຶ່ງເຫດການດັ່ງກ່າວນີ້ເກີດຂຶ້ນໃນວັນທີ 3 ພະຈິກ 2025 ທີ່ຜ່ານມາ.
ເຈົ້າໜ້າທີ່ ປກສ ແຂວງ ອຸດົມໄຊ ເປີດເຜີຍຄະດີດັ່ງກ່າວວ່າ: ຜ່ານການສອບສວນ ຜູ້ຖືກຫາ ຮັບສາລະພາບວ່າ: ໃນມື້ເກີດເຫດເວລາປະມານ 11:00 ໂມງຕົນເອງ ໄດ້ສັງເກດເຫັນເມຍ ກັບ ລູກສາວ ຍ່າງໄປລີ້ຢູ່ຖຽງໄຮ່ ຂອງທ້າວ ປໍ ທໍ (ນ້ອງນ້າ) ຢູ່ເຂດບ້ານພູກໍ.ຈາກນັ້ນ, ຕົນ ກໍໄດ້ກະກຽມເຂົ້າສານ ປະມານ 1 ກິໂລ,ໄຟສາຍ1 ອັນ ແລະ ມີດ 1 ດວງ ແລ້ວຍ່າງໄປຫານ້ອງນ້າ ຊື່ ທ້າວ ເຢຍທໍ ຢູ່ບ້ານພູກໍ ເພື່ອຂໍຢືມປືນແກັບ ນຳຜູ້ກ່ຽວ.ຫຼັງຈາກ ໄດ້ປືນແກັບມາແລ້ວ, ຕົນເອງ ກະຕັດເຫຼັກເສັ້ນ ມາຕີເຮັດລູກໂດດ (ລູກປືນ, ໃຊ້ຍິງສຳລັບປືນແກັບ) ຈຳນວນ 3 ລູກ,ຈຸດປະສົງ ແມ່ນເພື່ອຈະເອົາໄປຍິງເມຍ.ຈາກນັ້ນກໍຍ່າງໄປຫາເມຍກັບລູກ ຢູ່ ຖຽງໄຮ່ ພໍໄປຮອດກາງທາງ ຕົນເອງກໍໄດ້ຍັດປືນແກັບ ໃສ່ລູກໂດດ 1 ລູກ ແລະ ລູກວ່ານ ຈຳນວນໜຶ່ງ, ແລ້ວຍ່າງໄປຮອດສະໜໍາ ບ່ອນທີ່ເມຍກັບລູກຢູ່, ຕົນກໍໄດ້ຍ່າງເຂົ້າໄປທາງຫຼັງຖຽງໄຮ່, ແລ້ວສັງເກດເມຍນອນຢູ່ໃນຖຽງ.ໃນເວລານັ້ນ, ເມຍ ໄດ້ລຸກຂຶ້ນໄປໄຂປະຕູຖຽງໄຮ່ເພື່ອຈະແລ່ນໜີ, ຕົນເອງຈຶ່ງໃຊ້ປືນແກັບ ທີ່ກະກຽມມາ ຍິງໃສ່ເມຍ ຖືກບໍລິເວນງ່ອນ, ເຮັດໃຫ້ເມຍລົ້ມລົງກັບທີ່.
ຫຼັງຈາກຍິງແລ້ວ, ຕົນ ຈຶ່ງກັບມາຢູ່ເຮືອນ, ແລ້ວໄປລີ້ຢູ່ປ່າກ້ອງບ້ານ.ຈາກນັ້ນ, ກໍຍ່າງກັບໄປສະໜໍ່າ ຢູ່ເຂດບ້ານເກົ່າ, ພໍໄປຮອດກາງທາງ ຕົນໄດ້ຍັດປືນແກັບໃສ່ລູກໂດດ 1 ລູກ ແລ້ວໄປລີ້ ຢູ່ປ່າແຄມທາງ ກໍໄດ້ມີຜູ້ຊາຍ ບໍ່ຮູ້ຊື່ 1 ຄົນ ກຳລັງຍ່າງ, ຕົນໄດ້ສັງເກດເບີ່ງດ້ານຫຼັງ ຄ້າຍຄືກັບທ້າວ ປໍ ທໍ (ນ້ອງນ້າ) ຈຶ່ງໄດ້ໃຊ້ປືນແກັບ ຍິງໃສ່ 1 ບາດ ເຮັດໃຫ້ຜູ້ ຊາຍຄົນດັ່ງກ່າວລົ້ມລົງ, ຫຼັງຈາກຍິງແລ້ວ ກໍໄດ້ຍ່າງໄປເຂດບ້ານເກົ່າ ແລ້ວເອົາປືນແກັບຖິ້ມປະໄວ້ຢູ່ແຄມທາງ ແລະ ເອົາຕົວຫຼົບໜີໄປຢູ່ສະໜໍ່າ, ມາຮອດວັນທີ 9 ພະຈິກ 2025 ກໍຖືກເຈົ້າໜ້າທີ່ ປກສ ຕິດຕາມຈັບ ໄປດຳເນີນຄະດີຕາມກົດໝາຍ.
ໂດຍ: ສາວເມືອງຫາດ


