Vientiane Times Lao
ມາຮອດມື້ນີ້ ຢູ່ລາວມີຜູ້ຕິດພະຍາດ COVID-19 ເພີ່ມອີກ 1, ລວມເປັນ 10 ຄົນ

ມາຮອດມື້ນີ້ ຢູ່ລາວມີຜູ້ຕິດພະຍາດ COVID-19 ເພີ່ມອີກ 1, ລວມເປັນ 10 ຄົນ

ຄະນະສະເພາະກິດ ຢືນຢັນ ມາຮອດປະຈຸບັນນີ້ ທົ່ວປະເທດມີຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 10 ຄົນ ເພີ່ມອີກ 1 ຄົນ.

ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຕໍ່ສື່ມວນຊົນໃນຕອນບ່າຍມື້ນີ້ວ່າ: ມາຮອດວັນທີ 31 ມີນາ 2020, ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 31 ຄົນ, ກວດພົບເຊື້ອ 1 ຄົນ, ຖືວ່າມາຮອດປະຈຸບັນພົບຜູ້ຕິດເຊື້ອ 10 ຄົນ.

ຜູ້ທີ 10 ແມ່ນເພດຍິງ, ອາຍຸ 21 ປີ, ຢູ່ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ວັນທີ 27 ເຖິງ ວັນທີ 29 ມີນາ 2020 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ ວັນທີ 30 ມີນາ ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ມີນາ ຈຶ່ງໄປກວດຢູ່ໂຮງໝໍມິດຕະພາບ ແລະ ຜົນກວດບົ່ງມະຕິວ່າເປັນ COVID-19 ແລະ ປະຈຸບັນເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ. ພາຍຫຼັງທີ່ທີມແພດໝໍໄດ້ລົງເກັບກຳຂໍ້ມູນຮູ້ວ່າຜູ້ສຳພັດໃກ້ຊິດກັບລາວ ມີ 8 ຄົນ ແລະ ໄດ້ແນະນຳໃຫ້ຈຳກັດ ບໍລິເວນ ແລະ ເຝົ້າລະວັງຕິດຕາມອາການ.

ດຣ. ພູທອນ ເມືອງປາກ ໄດ້ກ່າວຕື່ມອີກວ່າ ສໍາລັບຜູ້ທີ 10 ນີ້ແມ່ນໄດ້ສຳຜັດ ໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍ ຢູ່ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ເຊີ່ງເປັນພະນັກງານຢູ່ບໍລິສັດ DHL ຄືດັ່ງທີ່ໄດ້ລາຍງານໄປກ່ອນໜ້ານັ້ນ.

ປະຈຸບັນຈຳນວນກໍລະນີໃກ້ຊິດກັບ 10 ຄົນ ທີ່ຕິດເຊື້ອພະຍາດ COVID-19 ນີ້ ທີ່ຖືກຕິດຕາມທັງໝົດ 186 ຄົນ ໃນນັ້ນມີ ແຂວງອຸດົມໄຊ 24 ຄົນ, ແຂວງຫຼວງພະບາງ 44 ຄົນ ແລະ ນະຄອນຫຼວງວຽງຈັນ 118 ຄົນ ທັງໝົດແມ່ນໄດ້ຮັບການຕິດຕາມ ກວດ ແລະ ແທກອຸນຫະພູມ ເຊົ້າ ແລະ ແລງ ປະຈຸບັນພວກກ່ຽວບໍ່ມີອາການໄຂ້.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply