Visit BigblueAgency
ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 285 ຄົນ

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 285 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 18 ຕຸລາ 2021 ນີ້​ໃຫ້ຮູ້ວ່າ: ການກວດ​ວິ​ເຄາະ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 17 ຕຸລາ  2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະ​ທັງ​ໝົດ 3.637 ຕົວ​ຢ່າງ, ​ກວດພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່ 285 ຄົນ, ໃນນີ້ 280 ຄົນ ຕິດ​ເຊື້ອພາຍໃນ.

ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອເພີ່ມໃໝ່​ນັ້ນ ແມ່ນ​ຢູ່​ນະ​ຄອນ ​ຫຼວງວຽງຈັນ 85 ຄົນ ( 2 ຄົນນຳເຂົ້າ ແລະ 83 ຄົນຕິດເຊື້ອພາຍໃນ ), ແຂວງ ຫຼວງພະບາງ 101 ຄົນ (  ຕິດເຊື້ອພາຍໃນ ), ແຂວງ ບໍ່ແກ້ວ 3 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຫຼວງນ້ຳທາ 8 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ອຸດົມໄຊ 1 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ໄຊຍະບູລີ 2 ຄົນ ( ນຳເຂົ້າ ), ແຂວງ ວຽງຈັນ 17 ຄົນ (ຕິດເຊື້ອພາຍໃນ ), ແຂວງ ໄຊສົມບູນ 1 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ບໍລິຄຳໄຊ 1 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຄຳມ່ວນ 24 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ສະຫວັນນະເຂດ 16 ຄົນ ( 1 ຄົນນຳເຂົ້າ ແລະ 15 ຄົນຕິດເຊື້ອພາຍໃນ ), ແຂວງ ສາລະວັນ 14 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຈໍາປາສັກ 12 ຄົນ ( ຕິດເຊື້ອພາຍໃນ ). 

ຮອດປັດຈຸບັນ, ປະ​ເທດ​ລາ​ວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳ​ນວນ 32.314 ຄົນ, ກຳລັງນອນປິ່ນປົວ 7.500 ຄົນ, ເສຍຊີວິດສະສົມ 40  ຄົນ.

ຂໍ້ມູນ: ບົດຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ປະຈຳວັນທີ 18 ຕຸ​ລາ 2021

Related Articles

Leave a Reply