Visit BigblueAgency
ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 985 ຄົນ ແລະ ເສຍຊີວິດ 3 ຄົນ

ມື້ນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 985 ຄົນ ແລະ ເສຍຊີວິດ 3 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 14 ພະຈິກ  2021 ນີ້​ໃຫ້ຮູ້ວ່າ: ການກວດ​ວິ​ເຄາະ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 13 ພະຈິກ 2021 ທີ່ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະ​ທັງ​ໝົດ 5.686 ຕົວ​ຢ່າງ, ​ກວດພົບ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່ 985 ຄົນ, ໃນນີ້ 981 ຄົນຕິດ​ເຊື້ອພາຍໃນ, ມື້ນີ້ປິ່ນປົວຫາຍດີອອກໂຮງໝໍ 730 ຄົນ ແລະ ເສຍຊີວິດໃໝ່ 3 ຄົນ ( ຢູ່ນະຄອນຫຼວງວຽງຈັນ 1 ຄົນ, ແຂວງ ວຽງຈັນ 1 ຄົນ ແລະ ແຂວງ ບໍລິຄຳໄຊ 1 ຄົນ ).

ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອເພີ່ມໃໝ່​ນັ້ນ ແມ່ນ​ຢູ່​ນະ​ຄອນ ​ຫຼວງວຽງຈັນ 490 ຄົນ ( 1 ຄົນນຳເຂົ້າ ແລະ 489 ຄົນຕິດເຊື້ອພາຍໃນ ), 

ແຂວງ ຫຼວງພະບາງ 126 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ບໍ່ແກ້ວ 32 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຫຼວງນ້ຳທາ 45 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ອຸດົມໄຊ 57 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຜົ້ງສາລີ 16 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ໄຊຍະບູລີ 66 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ວຽງຈັນ 45 ຄົນ (ຕິດເຊື້ອພາຍໃນ ), ແຂວງ ບໍລິຄຳໄຊ 11 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຄຳມ່ວນ 3 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ສະຫວັນນະເຂດ 11 ຄົນ ( 2 ຄົນນຳເຂົ້າ ແລະ 9 ຄົນຕິດເຊື້ອພາຍໃນ ), ແຂວງ ສາລະວັນ 2 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຈໍາປາສັກ 71 ຄົນ ( 1 ຄົນນຳເຂົ້າ ແລະ 70 ຄົນຕິດເຊື້ອພາຍໃນ ), ແຂວງ ເຊກອງ 10 ຄົນ ( ຕິດເຊື້ອພາຍໃນ ).

ຮອດປັດຈຸບັນ, ປະ​ເທດ​ລາ​ວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳ​ນວນ 54.192 ຄົນ, ກຳລັງນອນປິ່ນປົວ 10.356 ຄົນ, ເສຍຊີວິດສະສົມ 99 ຄົນ.

Related Articles

Leave a Reply