ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວຍັງໜ້າເປັນຫ່ວງໂດຍຍັງກວດພົບຜູ້ຕິດເຊື້ອພາຍໃນເປັນຈຳນວນຫຼາຍ ແລະ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ເພີ່ມຂື້ນ ຊຶ່ງໃນມື້ວັນທີ່ 27 ພະຈິກ 2021 ປະເທດລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ເຖິງ 1.491 ຄົນ ເປັນກໍລະນີຕິດເຊື້ອພາຍໃນທັງໝົດ, ຊຶ່ງ ນະຄອນຫຼວງວຽງຈັນ ຍັງໜ້າເປັນຫ່ວງໂດຍຍັງກວດພົບຜູ້ຕິດເຊື້ອພາຍໃນເປັນຈຳນວນຕົວເລກທີ່ສູງຫຼາຍ.
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນວັນທີ 26 ພະຈິກ 2021 ທີ່ຜ່ານມາໂດຍໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 11.171 ຕົວຢ່າງ, ກວດພົບຜູ້ຕິດເຊື້ອເພີ່ມໃໝ່ 1.491 ຄົນ ( ຕິດເຊື້ອພາຍໃນ ), ມື້ນີ້ປີ່ນປົວຫາຍດີອອກໂຮງໝໍ 761 ຄົນ ແລະ ເສຍຊີວິດໃໝ່ 7 ຄົນ (ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງ ບໍ່ແກ້ວ 2 ຄົນ ແລະ ແຂວງ ວຽງຈັນ 1 ຄົນ ).
ໃນຈຳນວນຜູ້ຕິດເຊື້ອເພີ່ມໃໝ່ນັ້ນ ແມ່ນຢູ່ນະຄອນ ຫຼວງວຽງຈັນ 481 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຫຼວງພະບາງ 107 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ບໍ່ແກ້ວ 76 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຜົ້ງສາລີ 51 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຫຼວງນ້ຳທາ 15 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຫົວພັນ 15 ( ຕິດເຊື້ອພາຍໃນ ), ແຂວງ ຊຽງຂວາງ 29 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ໄຊຍະບູລີ 99 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ອຸດົມໄຊ 71 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ວຽງຈັນ 219 ຄົນ (ຕິດເຊື້ອພາຍໃນ ), ແຂວງ ໄຊສົມບູນ 2 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ບໍລິຄຳໄຊ 39 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຄຳມ່ວນ 24 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ສະຫວັນນະເຂດ 66 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ສາລະວັນ 15 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ຈໍາປາສັກ 121 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ເຊກອງ 9 ຄົນ ( ຕິດເຊື້ອພາຍໃນ ), ແຂວງ ອັດຕະປື 52 ຄົນ ( ຕິດເຊື້ອພາຍໃນ ).
ຮອດປັດຈຸບັນ, ປະເທດລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຈຳນວນ 70.323 ຄົນ, ກຳລັງນອນປິ່ນປົວ 11.378 ຄົນ, ເສຍຊີວິດສະສົມ 154. ຄົນ.