Visit BigblueAgency
ມື້ນີ້ລາວຍັງກວດພົບຜູ້ຕິດເຊື້ອໃນຊຸມຊົນ ເຖິງ 41 ຄົນຈາກຜູ້ຕິດເຊື້ອທັງໝົດ 170 ຄົນ

ມື້ນີ້ລາວຍັງກວດພົບຜູ້ຕິດເຊື້ອໃນຊຸມຊົນ ເຖິງ 41 ຄົນຈາກຜູ້ຕິດເຊື້ອທັງໝົດ 170 ຄົນ

ມື້ວັນທີ 2 ກັນຍາ 2021 ນີ້ ສປປ ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່170 ຄົນ (41 ຄົນຕິດໃນຊຸມຊົນ) ຈາກຜູ້ເຂົ້າກວດຫາເຊື້ອທັງໝົດ 3.711 ຄົນ ໃນນີ້ຢູ່ນະຄອນຫຼວງ 1.531 ຄົນ, ສະຫວັນນະເຂດ 474, ຈໍາປາສັກ 243 ແລະ ແຂວງອື່ນໆ.

ຜູ້ຕິດເຊື້ອຈໍານວນດັ່ງກ່າວກວດພົບເຊື້ອຢູ່ນະຄອນຫຼວງ 26 ຄົນ (17 ຄົນກໍລະນີນໍາເຂົ້າ ແລະ 9 ຄົນ ຕິດໃນຊຸມຊົນ), ແຂວງບໍ່ແກ້ວ  4 ຄົນ (ຕິດໃນຊຸມຊົນ), ໄຊຍະບູລີ 1 ຄົນ (ກໍລະນີນໍາເຂົ້າ), ຫຼວງພະບາງ 1 ຄົນ (ຕິດໃນຊຸມຊົນ),  ບໍລິຄໍາໄຊ 3 ຄົນ (ກໍລະນີນໍາເຂົ້າ), ຄໍາມ່ວນ 17 ຄົນ (13 ຄົນກໍລະນີນໍາເຂົ້າ ແລະ 4 ຄົນ (ຕິດໃນຊຸມຊົນ), ສາລະວັນ 42 ຄົນ (41 ຄົນກໍລະນີນໍາເຂົ້າ ແລະ 1 ຄົນ ຕິດໃນຊຸມຊົນ), ສະຫວັນນະເຂດ 70 ຄົນ (48 ຄົນກໍລະນີນໍາເຂົ້າ ແລະ 22 ຄົນ ຕິດໃນຊຸມຊົນ) ແລະ ຈໍາປາສັກ 6 ຄົນ (ກໍລະນີນໍາເຂົ້າ).

ຮອດປັດຈຸບັນປະເທດລາວພົບຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວແລ້ວ 15.459 ຄົນ ໃນນີ້ປິ່ນປົວຫາຍດີ10.128ຄົນ, ຍັງນອນປິ່ນປົວ 5.317 ຄົນ ແລະ ເສຍຊີວິດ 14 ຄົນ. 

Related Articles

Leave a Reply