Visit BigblueAgency
ລະຄອນ “ຄວາມຮັກຄວາມລັບ” ຈະອອກອາກາດທາງໂທລະ ພາບໃນວັນທີ 31 ຕຸລາ 2020 ນີ້

ລະຄອນ “ຄວາມຮັກຄວາມລັບ” ຈະອອກອາກາດທາງໂທລະ ພາບໃນວັນທີ 31 ຕຸລາ 2020 ນີ້

ລະຄອນສັ້ນເລື່ອງໃໝ່ “ຄວາມຮັກຄວາມລັບ”  (secret love ) ທີ່ຂຽນບົດໂດຍ ນັກຮ້ອງ ນັກສະແດງ ແລະ ນາຍແບບ ທ້າວຊານົນ ມະນີຜົນ ແລະ ກຳກັບໂດຍ ທ່ານຊູໂມ້ ຈັນເທວາ ຜູ້ບໍລິຫານຈາກ ທາຣາ ອາຄາເດີມີ້ ຈະເລີ່ມອອກອາກາດວັນທີ 31 ຕຸລາ 2020 ທາງ ເຟດບຸກເພດ Lao Super Model ແລະ ຊ່ອງໂທລະພາບທິວີ ລາວ  TV Laos HD ເວລາ 17 ໂມງ 00.
ນັກສະແດງນໍາຊາຍໃນລະຄອນເລື່ອງດັ່ງ ກ່າວ, ທ້າວ ໄຊສົມບູນ ຜີວນວນ ຫຼື ເບັ້ນ ເປັນຜູ້ຊະນະເລີດໂຄງການປະກວດ ນາຍແບບ 2019.
ທ້າວ ໄຊສົມບູນ ຜິວນວນ ໄດ້ຮ່ວມສະແດງກັບນັກສະແດງທີ່ມຄວາມສາມາດ ບໍ່ວ່າຈະເປັນ ເບັ້ນ, ພຽງຟ້າ ກໍລະພິນ, ເຊິ້ນ, ຕຸບີ່, ລັກກີ້ ແລະ ມຸກ. ສຳລັບໜຸ່ມເບັ້ນ ຜົນງານທີ່ຜ່ານມາ, ເຄີຍຖ່າຍແບບເສື້ອຜ້າໃຫ້ຫ້ອງເສື້ອວັນນາລີ, ຖ່າຍແບບເຄື່ອງສຳອາງໃຫ້ກັບ Karmart ແລະ ຖ່າຍແບບໃຫ້ກັບຮ້ານຄຳພູວົງ ແລະ ອື່ນໆ.

ຂ່າວ ສີສຸພັນ

ພາບ : ໄຊສົມບູນ ຜິວນວນ

Related Articles

Leave a Reply