ສປປ ລາວ ໄດ້ສະແດງຄວາມຕັ້ງໃຈທີ່ຈະດຶງດູດການລົງທຶນຈາກ ສປ ຈີນ ເພີ່ມຕື່ມ, ໂດຍສະເພາະຈາກແຂວງຢຸນນານ, ທາງພາກໃຕ້ທີ່ມີຊາຍແດນຕິດກັບ ສປປ ລາວ.
ຄວາມພະຍາຍາມດັ່ງກ່າວ ສະແດງອອກໃນ ກອງປະຊຸມຄັ້ງທີ XV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອລາວ ກັບ ແຂວງຢຸນນານ ສປ ຈີນ ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 24 ພະຈິກ 2025.
ຈຸດປະສົງຂອງກອງປະຊຸມຂອງພວກເຮົາໃນມື້ນີ້ ແມ່ນເພື່ອເຜີຍແຜ່ ນະໂຍບາຍການລົງທຶນຂອງ ສປປ ລາວ ພ້ອມທັງເປັນການສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງ ລາວ ແລະ ຢຸນນານ ໄດ້ ລາຍງານສະພາບການດໍາເນີນທຸລະກິດ ແລະ ສະເໜີຂໍ້ສົນໃຈຕ່າງໆຂອງຕົນ, ແນໃສ່ເພີ່ມທະວີການຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງລາວ-ຈີນ ໃຫ້ນັບມື້ນັບເພີ່ມຂຶ້ນ ແລະ ມີຄວາມເຕີບໃຫຍ່ ເຂັ້ມແຂງ.
ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈຳການ, ທັງເປັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ແລະ ໄດ້ເນັ້ນໜັກເຖິງການຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028. ທ່ານຍັງໄດ້ຢໍ້າອີກວ່າ ກອງປະຊຸມນີ້ເປັນໂອກາດສຳຄັນໃຫ້ພາກລັດໄດ້ ເຜີຍແຜ່ນະໂຍບາຍການລົງທຶນ ພ້ອມທັງ ຮັບຟັງຂໍ້ສະເໜີ ແລະ ຄວາມຄອງຄອຍ ຂອງພາກທຸລະກິດຈີນ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາຮ່ວມກັນ.
ໃນການນຳສະເໜີ ຝ່າຍລາວໄດ້ຍົກໃຫ້ເຫັນເຖິງທ່າແຮງອັນໂດດເດັ່ນຂອງປະເທດ ເຊິ່ງປະກອບມີສະຖຽນລະພາບທາງດ້ານການເມືອງ, ການມີທີ່ຕັ້ງຍຸດທະສາດທີ່ເຊື່ອມຕໍ່ກັບ 5 ປະເທດເພື່ອນບ້ານ, ຄວາມອຸດົມສົມບູນຂອງພື້ນທີ່ກະສິກຳ ແລະ ຊັບພະຍາກອນພະລັງງານທົດແທນ. ນອກຈາກນີ້, ລາວຍັງເປັນສະມາຊິກຂອງ WTO, ອາຊຽນ, ແລະ RCEP, ເຊິ່ງເປັນການຢືນຢັນເຖິງຄວາມພ້ອມໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ທີ່ສຳຄັນທີ່ສຸດ, ພາກລັດໄດ້ຮັບຮອງວ່າຈະໃຫ້ການສະໜັບສະໜູນ ແລະ ປະຕິບັດຕໍ່ນັກລົງທຶນທັງພາຍໃນແລະຕ່າງປະເທດຢ່າງເທົ່າທຽມກັນ.
ຈຸດສຸມຫຼັກໃນການດຶງດູດການລົງທຶນແມ່ນເພື່ອຜັນຂະຫຍາຍແລວທາງເສດຖະກິດ ລາວ-ຈີນ ໂດຍໃຊ້ປະໂຫຍດຈາກພື້ນຖານໂຄງລ່າງທີ່ພັດທະນາແລ້ວ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງ ແລະ ທ່າບົກທ່າແຂກ
ພ້ອມດຽວກັນນີ້, ຝ່າຍລາວຍັງໄດ້ເປີດເຜີຍລາຍຊື່ໂຄງການລົງທຶນສະເພາະເຈາະຈົງໃນແຕ່ລະແຂວງເພື່ອໃຫ້ນັກລົງທຶນຈີນໄດ້ພິຈາລະນາ. ໂຄງການເຫຼົ່ານີ້ແມ່ນກວມເອົາຫຼາຍຂະແໜງການຄື: ການພັດທະນາພື້ນທີ່ໃນເຂດເສດຖະກິດພິເສດ (SEZ) ແລະ ໂຄງການຮ່ວມມືແບບ PPP, ການລົງທຶນໃສ່ການປູກຝັງ, ການລ້ຽງສັດ, ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ພະລັງງານທົດແທນ ແລະ ການພັດທະນາການທ່ອງທ່ຽວ ເຊັ່ນ: ແຂວງຫຼວງນໍ້າທາ, ແຂວງຫົວພັນ , ແຂວງສະຫວັນນະເຂດ, ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງສາລະວັນ.
ພາກລັດລາວໄດ້ຢືນຢັນວ່າ ພ້ອມທີ່ຈະອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຈີນຢ່າງຮອບດ້ານ ຜ່ານລະບົບ “ບໍລິການປະຕູດຽວ” (One Stop Service) ໃນການອອກໃບອະນຸຍາດ ແລະ ການບໍລິການຫຼັງການລົງທຶນ ເຊັ່ນ: ການຊ່ວຍເຫຼືອດ້ານວີຊາ, ການອອກລາຍຊື່ຕົ້ນຕໍ (Master List) ສຳລັບການນຳເຂົ້າວັດຖຸດິບ, ແລະ ການຈັດກິດຈະກຳສ້າງເຄືອຂ່າຍທຸລະກິດ (Business Matching) ເພື່ອຮັບປະກັນວ່າການລົງທຶນຂອງທຸລະກິດຈີນຈະປະສົບຜົນສຳເລັດໃນ ສປປ ລາວ.
ທ່ານ ນາງ ແສງເດືອນ ກ່າວວ່າ ປັດຈຸບັນ ສປ ຈີນ ເປັນ ຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ, ພ້ອມດຽວກັນນັ້ນນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາ ລົງທຶນ ພາຍໃນ ສປປ ລາວ ໃນທຸກຂະແໜງການ, ມີມູນຄ່າຫຼາຍກ່ວາ 18 ຕື້ ໂດລາສະຫະລັດ, ເຊິ່ງເປັນ ປະເທດທີ່ມີມູນຄ່າການລົງທຶນສູງທີ່ສຸດໃນ ສປປ ລາວ.
ກົນໄກການຮ່ວມມືລະຫວ່າງພາກເໜືອລາວ ແລະ ແຂວງຢຸນນານ ໄດ້ເລີ່ມປະຕິບັດມາຕັ້ງແຕ່ປີ 2004 ແລະ ໄດ້ມີຜົນສຳເລັດຢ່າງຫຼວງຫຼາຍ ເນື່ອງຈາກທັງສອງຝ່າຍມີ ຊາຍແດນຕິດຈອດກັນ ເປັນເງື່ອນໄຂພື້ນຖານອັນດີ.


