Visit BigblueAgency
ສະມາຊິກສະພາແຫ່ງຊາດມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງໂຂງ

ສະມາຊິກສະພາແຫ່ງຊາດມອບເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງໂຂງ

ມື້ວານນີ້ 11/09/2019 ທ່ານ ປອ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ແລະ ທ່ານນາງ ຄຳພູ ລິດທິສັກ ແລະ ທ່ານ ພູວັນ ສີສຸພົນ ສະມາຊິກສະພາປະຊາຊົນແຂວງຈຳປາສັກ ປະຈຳເຂດເລືອກຕັ້ງເມືອງໂຂງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກເປັນຕົ້ນ: ເຂົ້າສານ, ເຄື່ອງນຸ່ງຫົ່ມ, ນ້ຳດື່ມ ແລະ ອາຫານແຫ້ງຈຳນວນໜຶ່ງ ໄປມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງໂຂງ.
ຢູ່ເມືອງໂຂງ ມີປະຊາຊົນຫຼາຍກວ່າ 21,000 ຄົນ ຈາກ 4,386 ຄອບຄົວ ໃນ ບ້ານຈຳນວນ 99 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ເນື້ອທີ່ທຳການຜະລິດກະສິກຳຖືກຖ້ວມ 3,568 ກວ່າເຮັກຕາ, ໂຮງຮຽນຖືກນ້ຳຖ້ວມບໍ່ສາມາດເປີດຮຽນໄດ້ມີ 40 ແຫ່ງ, ເສັ້ນທາງຖືກຖ້ວມມີ 12 ເສັ້ນ, ໃນນັ້ນເປ່ເພເສຍຫາຍໜັກບໍ່ສາມາດສັນຈອນໄດ້ມີ 1 ເສັ້ນ (ຈຸດທາງເຂົ້າບ້ານນາຝັ່ງ) ແລະ ໃນຈຳນວນ 99 ບ້ານທີ່ໄດ້ຮັບຜົນກະທົບນັ້ນ ມີບ້ານທີ່ໄດ້ຮັບຜົນກະທົບໜັກຈຳນວນ 6 ບ້ານຄື: ບ້ານຫາງສັນ, ທ່າໂພເໜືອ, ບຸ່ນນ້ອຍ, ນາລານ, ຫ້ວຍໄຮ ແລະ ບ້ານລົມພັດ ລວມມີທັງໝົດ 457 ຄອບຄົວ, ປະຊາຊົນ 2,403 ຄົນ, ຊຶ່ງປະຊາຊົນທັງໝົດແມ່ນໄດ້ຮັບການຍົກຍ້າຍໄປສະຖານທີ່ປອດໄພ; ປັດຈຸບັນນີ້ ນ້ຳຂອງມີລະດັບຫຼຸດລົງພໍສົມຄວນ ແລະ ມີບາງຄອບຄົວກໍ່ກັບຄືນເຂົ້າມາເຮືອນຂອງຕົນເພື່ອທຳການອະນາໄມ ແລະ ຂົນວັດຖຸສິ່ງຂອງເຄື່ອງໃຊ້ຈຳເປັນເຂົ້າມາເຮືອນຂອງຕົນແດ່ແລ້ວ.
ຂ່າວ: ພຸດທະສິນ ວົງວິໄລທອງ
ພາບ: ສະຖານີວິທະຍຸ-ໂທລະພາບເມືອງໂຂງ

Related Articles

Leave a Reply