“ງານບຸນລາວ ປະຈໍາປີ 2026” ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2026 ທີ່ຜ່ານມານີ້ ທີ່ ສວນສາທາລະນະ ໂຢໂຢງິ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ຍີ່ປຸ່ນ; ທ່ານ ຊິມະດະ ໂທໂມອາກິ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ; ທ່ານ ນາງ ຊຶຈິຢະ ຊິນາໂກະ ປະທານສະມາຄົມມິດ ຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ; ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ພ້ອມດ້ວຍບັນດາທູຕານຸທູດຕ່າງປະເທດ ປະຈໍາ ຍີ່ປຸ່ນ, ແຂກຖືກເຊີນຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ, ລວມທັງບັນດາຜູ້ສະໜັບສະໜູນຂອງຍີ່ປຸ່ນ, ສະມາຄົມລາວທີ່ປະເທດຍີ່ປຸ່ນ ແລະ ນັກສຶກສາລາວ ເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານລາວກ່າວຄໍາປາໄສໃນພິທີເປີດງານດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງງານບຸນລາວທີ່ໄດ້ຈັດຂຶ້ນເປັນປະຈໍາທຸກໆປີ ແລະ ຄັ້ງນີ້ແມ່ນຄັ້ງທີ 14 ຊຶ່ງແມ່ນກິດຈະກໍາຮ່ວມມືທີ່ສໍາຄັນ ລະຫວ່າງ ລາວ ແລະ ຍີ່ປຸ່ນ ເພື່ອໂຄສະນາເຜີຍແຜ່, ແລກປ່ຽນວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ຂອງ ສປປ ລາວ ໃຫ້ແກ່ ພົນລະເມືອງຍີ່ປຸ່ນ ແລະ ຊາວຕ່າງປະເທດທີ່ອາໄສຢູ່ປະເທດຍີ່ປຸ່ນ, ຊຶ່ງເປັນການຮັດແໜ້ນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຖານະ ຄູ່ຮ່ວມຍຸດທະສາດຮອບດ້ານ ພ້ອມທັງເປັນການແລກປ່ຽນວັດທະນະທໍາລະຫວ່າງປະຊາຊົນສອງປະເທດ ແລະ ຜູ້ເຂົ້າຮ່ວມງານບຸນດັ່ງກ່າວ. ການຈັດງານບຸນລາວ ປະຈໍາປີ 2026 ເກີດຂຶ້ນໄດ້ຍ້ອນການສະໜັບສະໜູນ, ການຮ່ວມມື ແລະ ການປະສານສົມທົບກັນຢ່າງໃກ້ຊິດ ລະຫວ່າງ ຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການສະໜັບສະໜູນຂອງລັດຖະບານ ກໍຄືກະຊວງການຕ່າງປະເທດຍີ່ປຸ່ນ, ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ແລະ ຄະນະກໍາມະການຈັດງານບຸນລາວ 2026. ພິເສດ, ໃນປີ 2026 ນີ້ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ຍີ່ປຸ່ນ ໄດ້ໃຫ້ກຽດເຂົ້າຮ່ວມບຸນລາວເປັນຄັ້ງທໍາອິດ ພາຍຫຼັງໄດ້ສະເດັດຢ້ຽມຢາມທາງການ ຢູ່ ສປປ ລາວ ໃນເດືອນພະຈິກ 2025 ຜ່ານມາ ແລະ ເປັນການຢ້ຽມຢາມທາງການຢູ່ຕ່າງປະເທດເປັນຄັ້ງທໍາອິດຂອງພະອົງ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ມາຍັງທຸກໆພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈ, ສະໜັບສະໜູນ ແລະ ຊ່ວຍເຫຼືອຈັດງານບຸນລາວ ປະຈໍາປີ 2026 ນີ້ ໃຫ້ສໍາເລັດເປັນຢ່າງດີ. ພ້ອມທັງໄດ້ເຊື້ອເຊີນແຂກງານ ແລະ ປະຊາຊົນຍີ່ປຸ່ນ ກໍຄືນັກທ່ອງທ່ຽວຕ່າງປະເທດ ຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອສໍາຜັດກັບວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ກໍຄືແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຕ່າງໆຂອງ ສປປ ລາວ ແລະ ອວຍພອນໃຫ້ການຈັດງານບຸນດັ່ງກ່າວປະສົບຜົນສໍາເລັດຕາມຄາດໝາຍ.
“ງານບຸນລາວ ປະຈໍາປີ 2026” ແມ່ນຈັດຂຶ້ນໂດຍ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ຮ່ວມກັບ ໂຮງຮຽນມັດທະຍົມຕອນປາຍນານາຊາດ ຊາກຸຣະ ແລະ ເພື່ອນມິດຂອງປະເທດລາວທີ່ປະເທດຍີ່ປຸ່ນ, ຊຶ່ງຈະດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 23-24 ພຶດສະພາ 2026. ພາຍໃນງານບຸນລາວ ປີ 2026 ນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ສໍາຜັດ ແລະ ຮັບຊົມການສະແດງສິລະປະວັນນະຄະດີຈາກຄະນະສິລະປະກອນຈາກລາວ, ຮີດຄອງປະເພນີ ແລະ ການນຸ່ງຖືທີ່ເປັນເອກະລັກຂອງລາວ, ພ້ອມທັງຮັບປະທານ ແລະ ຊີມລົດຊາດອາຫານທີ່ມີຄວາມຫຼາກຫຼາຍ ແລະ ເປັນເອກະລັກຂອງ ສປປ ລາວ ອີກດ້ວຍ.
ໃນໂອກາດຢ້ຽມຢາມຍີ່ປຸ່ນໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ຍັງໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ນ. ຊຶຈິຢະ ຊິນາໂກະ (Hon. Ms. TSUCHIYA Shinako), ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ແລະ ທ່ານ ທາກະຮາຊິ ຊຸຊຸມຸ (Mr. TAKAHASHI Susumu), ປະທານສະມາຄົມມິດຕະພາບ ໄຊຕາມະ-ລາວ ແລະ ຄະນະ ເພື່ອເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມື, ຄວາມເຂົ້າອົກເຂົ້າໃຈ ກໍຄືການຊຸກຍູ້ສົ່ງເສີມວຽກງານການທູດປະຊາຊົນ, ການໄປມາຫາສູ່ຂອງສອງອົງການນິຕິບັນຍັດ ແລະ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ອີກດ້ວຍ.
ຂ່າວ: ກຕທ

