Vientiane Times Lao
ຫຼາຍບັນຫາສຳຄັນຂອງຊາດ ຈະຖືກຍົກມາພິຈາລະນາທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX

ຫຼາຍບັນຫາສຳຄັນຂອງຊາດ ຈະຖືກຍົກມາພິຈາລະນາທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX

ຫຼາຍບັນຫາສຳຄັນຂອງຊາດ ແຜນເງິນຕາ ;ຮ່າງແຜນງົບປະມານແຫ່ງລັດ; ຮ່າງແຜນພັດທະນາເສດຖະກິດ-ສັງ ຄົມ;ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ອື່ນໆ ຈະຖືກຍົກມາພິຈາລະນາທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊູດທີ IX ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນມື້ວານນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນຳຂັ້ນສູງພັກ-ລັດ,ອາດີດການນຳຂັ້ນສູງ, ແຂກຖືກເຊີນ ແລະ ບັນດາສະມາຊິກ ສະພາແຫ່ງຊາດ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວທີ່ກອງປະຊຸມວ່າ: ກອງປະຊຸມ ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ດັ່ງນີ້: ບົດລາຍງານໂດຍສັງເຂບ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈຳປີ 2025, ການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ປະຈຳປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030), ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈຳປີ 2026, ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການໄອຍະການ ປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X, ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາແຫ່ງຊາດ ຊຸດທີ X; ບົດລາຍງານການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;ມອບໃບຢັ້ງຢືນການສໍາເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ IX.

ນອກນີ້, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາຊິກລັດຖະບານ ແລະ ພາກ ສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.

Related Articles

Leave a Reply