Visit BigblueAgency
ອູ່ລົດຖີບໃຕ້ນ້ຳຂອງໂຮນລັງເປີດນຳໃຊ້

ອູ່ລົດຖີບໃຕ້ນ້ຳຂອງໂຮນລັງເປີດນຳໃຊ້

ວັນທີ25ມັງກອນນີ້,ນະຄອນຫຼວງອຳສະເຕີດາມປະເທດໂຮນລັງເລີ່ມເປີດນຳໃຊ້ອູ່ໃຕ້ນ້ຳທີ່ສາມາດຈອດລົດຖີບໄດ້7ພັນຄັນແຫ່ງໜຶ່ງ ທີ່ມໍ່ກັບສະຖານີລົດໄຟສູນກາງເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດຖີບທີ່ໄປຕໍ່ລົດໄຟ.

ຕາມຂ່າວຈາກໜັງສືພິມເຕີກາດຽນຂອງອັງກິດລາຍງານວ່າ: ໂຮນລັງເປັນປະເທດທີ່ມີຈຳນວນລົດຖີບຫຼາຍກວ່າຈຳນວນປະຊາກອນ,ເຊິ່ງປະຊາກອນ17,8ລ້ານຄົນມີລົດຖີບປະມານ 23,4 ລ້ານຄັນ, ລົດຖີບເປັນໜຶ່ງໃນວິທີຕົ້ນຕໍຂອງປະຊາຊົນໃນການອອກເດີນທາງຢູ່ອຳສະເຕີດາມແລະເມືອງອື່ນໆ.

ປັດຈຸບັນ ຢູ່ອຳສະເຕີດາມມີລົດຖີບປະມານ9ແສນຄັນ. ຊາວເມືອງອຳສະເຕີດາມສ່ວນຫຼາຍມັກຂີ່ລົດຖີບໄປຮອດສະຖານີລົດໄຟສູນກາງ ແລ້ວຂີ່ລົດໄຟຢູ່ແຫ່ງນັ້ນເພື່ອໄປຈຸດໝາຍປາຍທາງ. ການສ້າງອູ່ລົດຖີບໃຕ້ນ້ຳແຫ່ງນີ້ໃຫ້ສຳເລັດຈະເຮັດໃຫ້ພື້ນທີ່ຢູ່ໜ້າດິນເປົ່າວ່າງຢ່າງຫຼວງຫຼາຍ, ທັງໄດ້ຜ່ອນຄາຍຄວາມຫຍຸ້ງຍາກຂອງຜູ້ຂີ່ລົດຖີບໃນການຊອກຫາບ່ອນຈອດລົດ.

 ຂ່າວ: CRI-FM93

Related Articles

Leave a Reply