ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ສະເດັດລົງຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ຢູ່ນະຄອນຫຼວງວຽງຈັນ ເມື່ອມໍ່ໆມານີ້ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນໂອກາດທີ່ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພະຈິກ 2025 ນີ້.
ການສະເດັດຢ້ຽມຢາມຄັ້ງນີ້, ນອກຈາກໄດ້ຊົມຜ້າໄໝລາວບູຮານ ຫຼື ຜ້າແພພື້ນເມືອງລາວ ທີ່ປານີດ ແລະ ສວຍງາມແລ້ວ, ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຍັງໄດ້ຊົມການສາທິດຕໍ່າຫູກດ້ວຍກີ່ຕັ້ງ ແລະ ຍັງໄດ້ສາທິດຕໍ່າຫູກ ດ້ວຍຕົນເອງ, ພ້ອມທັງຊົມການສາທິດການສາວໄໝ, ການເຂັນຝ້າຍ, ການເຂັ່ນຝ້າຍ-ເຂັ່ນໄໝ ແລະ ອື່ນໆ.
ຕໍານັກຜ້າໄໝລາວບູຮານ ໄດ້ຮວບຮວມຜ້າແພພື້ນເມືອງລາວ ທີ່ສ່ອງແສງເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ຂອງບັນດາເຜົ່າໃນປະເທດລາວ ທີ່ມີເອກະລັກ, ມີຄວາມໂດດເດັ່ນ ແລະ ມີຄວາມຫຼາກຫຼາຍ ປະກອບດ້ວຍຊຸດແຕ່ງກາຍ ທີ່ເປັນຕົວແທນໃຫ້ແກ່ຊົນເຜົ່າ ໝວດພາສາ ລາວ-ໄຕ, ຊົນເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາ ຈີນ-ຕີເບດ, ຊົນເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາຕ່າງໆ ແລະ ຜ້າປະເພດຕົບແຕ່ງເຮືອນ.
ແຫຼ່ງຂ່າວ: ຂປລ


