Vientiane Times Lao
ເຊັນບົດບັນທຶກ ຄໍ້າປະກັນສະບຽງອາຫານ ຊີ້ນໝູ ຄຸ້ມຄອງລາຄາ ຜູ້ລ້ຽງມີກຳໄລ-ຜູ້ຊື້ໄດ້ລາຄາທີ່ເປັນທຳ

ເຊັນບົດບັນທຶກ ຄໍ້າປະກັນສະບຽງອາຫານ ຊີ້ນໝູ ຄຸ້ມຄອງລາຄາ ຜູ້ລ້ຽງມີກຳໄລ-ຜູ້ຊື້ໄດ້ລາຄາທີ່ເປັນທຳ

ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບສະມາຄົມທຸລະກິດກະສິກຳລາວ ເພື່ອສ້າງລະບົບຄວບຄຸມການຜະລິດ ແລະ ຈຳໜ່າຍສະບຽງອາຫານ ໂດຍສະເພາະຊີ້ນໝູ ທ່າມກາງວິກິດການທີ່ຜູ້ລ້ຽງຂາຍທຶນ ແຕ່ລາຄາຕາມທ້ອງຕະຫຼາດຍັງສູງຄືເກົ່າ.

ການເຊັນສັນຍາດັ່ງກ່າວໄດ້ເກີດຂຶ້ນພາຍຫຼັງກອງປະຊຸມປຶກສາຫາລືທີ່ເປີດເຜີຍບັນຫາໃຫຍ່ໃນຂະແໜງການລ້ຽງສັດ ໂດຍມີຕົວແທນຈາກທຸກພາກສ່ວນ ຕັ້ງແຕ່ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະກຳ-ການຄ້າ, ສະພາອຸດສາຫະກຳແຫ່ງຊາດ ໄປຈົນເຖິງບໍລິສັດຊີພີ, ເບທາໂກ, ສະຫະກອນ 3F ແລະ ຜູ້ປະກອບການລ້ຽງໝູເຂົ້າຮ່ວມ.

ທ່ານ ແສງອາລຸນ ສຸສິຍະວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ ປະຈຸບັນລາຄາໝູຊີ້ນຢູ່ໜ້າຟາມຕົກຕ່ຳກວ່າຕົ້ນທຶນການລ້ຽງ ແຕ່ກົງກັນຂ້າມລາຄາຊີ້ນໝູຢູ່ຕາມຕະຫຼາດ ແລະ ຮ້າງຮ້ານພັດຍັງສູງຄືເກົ່າ ສະແດງໃຫ້ເຫັນຊ່ອງຫວ່າງໃຫຍ່ໃນລະບົບໂຕ່ງສະໜອງ.

“ຜູ້ລ້ຽງໝູຕ້ອງແບກຫາບຕົ້ນທຶນສູງຈາກພະຍາດສັດ, ລາຄານໍ້າມັນ, ຄ່າແຮງງານ, ອັດຕາເງິນເຟີ້ ແລະ ວັດຖຸດິບອາຫານສັດທີ່ແພງຂຶ້ນ ແຕ່ຕ້ອງຂາຍໃນລາຄາທີ່ຕົກຕ່ຳ” ທ່ານກ່າວໃນກອງປະຊຸມທີ່ມີຜູ້ເຂົ້າຮ່ວມຫຼາຍພາກສ່ວນ.

ທ່ານຊີ້ໃຫ້ເຫັນວ່າ ລະບົບໂຕ່ງສະໜອງຍັງບໍ່ເປັນລະບົບ ເຮັດພໍໃຜພໍມັນ ເຊິ່ງເຮັດໃຫ້ບາງຊ່ວງສະໜອງເກີນຄວາມຕ້ອງການ ບາງຊ່ວງກໍຂາດແຄນ ສົ່ງຜົນໃຫ້ລາຄາຂຶ້ນລົງຢ່າງບໍ່ສະຖຽນ.

ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກຳລາວ ອະທິບາຍວ່າ ບົດບັນທຶກທີ່ເຊັນນີ້ຈະສ້າງກົດເກນຮ່ວມໃນການຄວບຄຸມປະລິມານການຜະລິດຢ່າງຊັດເຈນ ກ່ອນຂະຫຍາຍໄປແຂວງອື່ນໆ.

“ນີ້ຈະບໍ່ແມ່ນພຽງແຕ່ຊີ້ນໝູເທົ່ານັ້ນ ແຕ່ໃນອະນາຄົດຍັງຈະຄອບຄຸມຊີ້ນໄກ່, ເປັດ, ໄຂ່, ປາ, ພືດຜັກ, ເຂົ້າ ແລະ ໝາກໄມ້ ເພື່ອຄ້ຳປະກັນສະບຽງອາຫານທັງໝົດ” ທ່ານກ່າວ.

ທ່ານເນັ້ນວ່າ ລະບົບໃໝ່ນີ້ຈະມີການຄຳນວນລາຄາຮ່ວມກັນລະຫວ່າງພາກລັດ ແລະ ທຸລະກິດ ເພື່ອໃຫ້ຜູ້ລ້ຽງໄດ້ກຳໄລທີ່ຍຸດຕິທຳ ແລະ ຜູ້ບໍລິໂພກຊື້ໃນລາຄາເໝາະສົມທົ່ວນະຄອນຫຼວງ.

ທ່ານ ຂັນທອງ ໃຫ້ສຳພາດວ່າ ຜູ້ຜະລິດ ຈະໄດ້ປະໂຫຍດຈາກການສ້າງລະບົບ ການຜະລິດທີ່ມີການວາງແຜນ ຮັບປະກັນລາຄາຂາຍທີ່ຄຸ້ມຕົ້ນທຶນຜ່ານການຄິດໄລ່ຢ່າງຊັດເຈນຕັ້ງແຕ່ໜ້າຟາມຈົນອອກຈາກໂຮງຂ້າສັດ ຫຼຸດຄວາມສ່ຽງຈາກການຜະລິດແບບສ່ວນຕົວ ແລະ ມີກຳໄລທີ່ຍຸດຕິທຳ.

ສ່ວນຜູ້ບໍລິໂພກຈະໄດ້ຮັບຊີ້ນສະອາດທີ່ຜ່ານການກວດກາມາດຕະຖານຈາກຟາມທີ່ໄດ້ມາດຕະຖານ, ມີຄຸນນະພາບ ແລະ ບໍ່ກະທົບສິ່ງແວດລ້ອມ ລາຄາເທົ່າກັນທົ່ວນະຄອນຫຼວງ ລົບລ້າງການຕັ້ງລາຄາເກີນຈາກພໍ່ຄ້າຄົນກາງ.

ກອງປະຊຸມຄັ້ງນີ້ແມ່ນສ່ວນໜຶ່ງຂອງແຜນງານ 5 ປີ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ທີ່ນະຄອນຫຼວງຈະຜັນຂະຫຍາຍ ປະກອບດ້ວຍ 3 ແຜນງານຫຼັກ: ຄ້ຳປະກັນສະບຽງອາຫານ, ຜະລິດເປັນສິນຄ້າ ແລະ ປຸງແຕ່ງຜະລິດຕະພັນ.

ທ່ານ ແສງອາລຸນ ຮຽກຮ້ອງໃຫ້ມີການແບ່ງໜ້າທີ່ຊັດເຈນ: “ພາກລັດເປັນຜູ້ຄຸ້ມຄອງ ສົ່ງເສີມການຜະລິດ ແລະ ຜັນຂະຫຍາຍນະໂຍບາຍ ສ່ວນຜູ້ປະກອບການຕ້ອງເປັນຜູ້ປະຕິບັດຕົວຈິງໃນການຜະລິດ ແລະ ສະໜອງສະບຽງອາຫານຢ່າງມີຄຸນນະພາບ.”

.

ການເຊັນບົດບັນທຶກຄັ້ງນີ້ຖືວ່າເປັນຈຸດເລີ່ມຕົ້ນສຳຄັນໃນການປະຕິຮູບລະບົບສະບຽງອາຫານຂອງນະຄອນຫຼວງ ທີ່ອາດກາຍເປັນຕົວແບບສຳລັບແຂວງອື່ນໆໃນອະນາຄົດ ເພື່ອແກ້ໄຂບັນຫາທີ່ຜູ້ຜະລິດ ແລະ ຜູ້ບໍລິໂພກພົບພໍ້ມາຍາວນານ.

ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ນຳສະເໜີວ່າ ໃນປີ 2025 ນະຄອນຫຼວງສາມາດສະໜອງຊີ້ນໝູໄດ້ພຽງ 18,675 ໂຕນ ໃນຂະນະທີ່ປະຊາກອນຕ້ອງການບໍລິໂພກ 22,177 ໂຕນ (ອັດຕາ 20.79 ກິໂລກຣາມຕໍ່ຄົນຕໍ່ປີ) ສ້າງຊ່ອງຫວ່າງຂາດດຸນເຖິງ 3,502 ໂຕນ.

ການລ້ຽງໝູປະຈຸບັນແບ່ງເປັນສອງຮູບແບບ: ການລ້ຽງແບບຄອບຄົວ 17% (26,215 ໂຕ) ແລະ ແບບເປັນຟາມ 83% (129,810 ໂຕ). ໃນຈຳນວນຟາມທັງໝົດ 117 ຟາມ ຕະຫຼາດຖືກຄຸ້ມຄອງໂດຍກຸ່ມທຶນໃຫຍ່ ໂດຍສະເພາະ CP ກວມເອົາ 75%, BTG 10%, ຄົນລາວ 11% ແລະ ຊາວຈີນ 4%.

Related Articles

Leave a Reply