ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໃໝ່ ແຂວງ ຜົ້ງສາລີ ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາ 2020 ນີ້, ໄດ້ມີຝຸງຕັກແຕນໄມ້ປ່ອງລະບາດທໍາລາຍເຂົ້າໄຮ່ ແລະ ພຶດກະສິກໍາອື່ນໆ ຂອງປະຊາຊົນຢູ່ບ້ານເພຍລໍໃໝ່ ເມືອງໃໝ່ ແຂວງຜົ້ງສາລີ, ຖຶກເສຍຫາຍຫຼາຍກວ່າ 4 ເຮັກຕາ ທີ່ເປັນເນື້ອທີ່ເຂົ້າໄຮ່ ແລະ ເນື້ອທີ່ປູກພຶດຂອງປະຊາຊົນຈຳນວນ 20 ຄອບຄົວ.
ປະຈຸບັນນີ້, ທາງອໍານາດການປົກຄອງເມືອງ ໂດຍສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໃໝ່ ໄດ້ລົງຕິດຕາມຜົນເສຍຫາຍ ແລະ ໄດ້ແຈກຢາຍຢາພົ່ນສີດເພື່ອປ້ອງກັນຝຸງຕັກແຕນດັ່ງກ່າວໃຫ້ພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນໍ້າໄດ້ 20 ລິດ.
ໃນທຸກໆປີ, ພໍຮອດລະດູຝົນ ຈະມີຝຸງຕັກແຕນໄມ້ປ່ອງອອກມາທໍາລາຍພຶດຜັກຂອງປະຊາຊົນຢູ່ເຂດພາກເໜືອ, ໂດຍສະເພາະແມ່ນຢູ່ແຂວງຜົ້ງສາລີ, ຫົວພັນ, ຫລວງພະບາງ ແລະ ແຂວງຫລວງນໍ້າທາ.
ຂ່າວ: ວຽງຈັນທາຍ


