ອຳນາດການປົກຄອງ ເມືອງນ້ຳບາກ ແຂວງຼຫຼວງພະບາງໄດ້ລາຍງານຄວາມຄືບໜ້າຫຼ້າສຸດເມື່ອບໍ່ດົນມານີ້ກ່ຽວກັບເຫດລະເບີດຫີນຂອງໂຮງງານຊິມັງຢູ່ເຂດພັດທະນານໍ້າຖ້ວມ ເມືອງນໍ້າບາກ ທີ່ກໍ່ໃຫ້ເກີດມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບວ່າ: ເຫດການດັ່ງກ່າວເກີດຈາກຄວາມຜິດພາດທາງ ດ້ານເຕັກນິກຂອງວິຊາການຢູ່ໂຮງງານຊິມັງ ເພາະທີ່ຜ່ານມາທຸກໆເທື່ອຂອງການລະເບີດຫີນປູນ ຄວາມແຮງ ແມ່ນບໍ່ໄດ້ກະທົບຫຍັງຕໍ່ຊຸມຊົນ ແຕ່ເທື່ອນີ້ແມ່ນໄດ້ແຕກອອກທາງ ຂ້າງຂອງ ຜາຫີນ ແລະ ແຕກແຮງຜິດປົກກະຕິ ຈຶ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ ຍ້ອນຫີນຟົ້ງມາຕຳໃສ່, ໃນນີ້ຍັງມີເຮືອນ ຊານຂອງປະຊາຊົນເປ່ເພ ຈຳນວນ 81 ຫຼັງ, ຫໍພັກກຳມະກອນຂອງໂຮງງານຊິມັງກໍ່ຖືກເສຍຫາຍເຊັ່ນກັນ.
ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ໄດ້ກ່າວຕໍ່ທີມງານຂ່າວວຽງຈັນທາຍໃນວັນທີ 7/10/2019 ກ່ຽວກັບຄວາມຄືບໜ້າຫຼ້າສຸດຂອງອຸປະຕິເຫດຄັ້ງນີ້ວ່າ: ອຸປະຕິເຫດທີ່ເກີດຈາກການລະເບີດຫີນປູນຂອງໂຮງງານຊິມັງ ຢູ່ບ້ານ ໂພນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ ເກີດຂຶ້ນເວລາປະມານ 15 ໂມງຂອງມື້ວັນເສົາທີ 5/10/2019 ທີ່ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບ 23 ຄົນ, ໃນນັ້ນ ບາດເຈັບສາຫັດ 8 ຄົນ, ຄົນເສຍຊີວິດແມ່ນຄົນລາວ ສ່ວນຜູ້ບາດເຈັບແມ່ນມີ ທັງຄົນລາວທີ່ເປັນປະຊາຊົນຢູ່ບ້ານ ໂພນມະນີ ແລະ ຄົນຈີນທີ່ເປັນກຳມະກອນ ຢູ່ໂຮງງານດັ່ງກ່າວ.
ທ່ານຄຳວອນ ແກ້ວລຸນໜູນ ໄດ້ກ່າວຕື່ມວ່າ: ການທີ່ຈະລະເບີດຫີນແຕ່ລະຄັ້ງ ທາງອຳນາດການປົກຄອງເມືອງກໍ່ໄດ້ສົມທົບກັບໂຮງງານໂດຍໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບຢ່າງຄັກແນ່ ເພື່ອລົງຕິດຕາມ ແລະ ກວດກາຄວາມພ້ອມເພື່ອໃຫ້ແນ່ໃຈ ວ່າການທີ່ລະເບີດແລ້ວຈະບໍ່ໄດ້ຮັບອັນຕະລາຍ ແລະ ກ່ອນຈະລະເບີດກໍ່ຍັງ ໄດ້ມີພິທີທາງສາສະໜາທຸກຄັ້ງ ແລະ ບໍ່ເຄີຍເກີດອຸປະຕິເຫດເຊັ່ນນີ້ຈັກເທື່ອ. ປະຈຸບັນນີ້ເຈົ້າໜ້າທີ່ ແລະ ວິຊາການກ່ຽວຂ້ອງ ກໍາລັງເລັ່ງເກັບກຳຂໍ້ມູນຜົນເສຍຫາຍ ໂດຍສະເພາະຊອກຫາສາເຫດທີ່ເກີດອຸປະຕິເຫດດັ່ງກ່າວ ເພື່ອລາຍງານເຖິງພາກສ່ວນກ່ຽວຂ້ອງໃນການແກ້ໄຂບັນຫາ ແລະ ມອບໃຫ້ໂຮງງານເປັນຜູ້ຊົດເຊີຍຜົນເສຍຫາຍເຮືອນຊານ, ຜູ້ເສຍຊີວິດ ແລະ ຜູ້ບາດເຈັບ ຕາມລະບຽບກົດໝາຍ ຂອງ ສປປ ລາວ.