Vientiane Times Lao
ໂຮງງານຜະລິດສິນຄ້າບໍລິໂພກ, ອຸປະກອນການແພດ ຍັງສາມາດ ເປີດກິດຈະການໄດ້

ໂຮງງານຜະລິດສິນຄ້າບໍລິໂພກ, ອຸປະກອນການແພດ ຍັງສາມາດ ເປີດກິດຈະການໄດ້

ໂດຍປະຕິບັດຕາມຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການໃນບໍ່ດົນມານີ້ເຖິງ ເຈົ້າຂອງໂຮງງານໃນຂອບເຂດທົ່ວປະເທດ ໃຫ້ປິດໂຮງງານ ຫຼື ປິດການດຳເນີນກິດຈະການຊົ່ວຄາວ ນັບແຕ່ມື້ນີ້ ວັນທີ 1 ເມສາ ຫາ 19 ເມສາ 2020.

ແຈ້ງການກະຊວງອຸດສາຫະກຳ ແລະ ການຄ້າ ດັ່ງກ່າວ ລົງວັນທີ 31 ມີນາ 2020 ແມ່ນໄດ້ລະບຸໃຫ້ຍົກເວັ້ນໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດພະຍາດ ແລະ ອຸປະກອນການແພດ.

ການສັ່ງກິດການດຳເນີນງານຂອງໂຮງງານກໍ່ ເພື່ອສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຕິດໃສ່ພະນັກງານ-ກຳມະກອນ.

ແຈ້ງການຍັງໄດ້ລະບຸຕື່ມອີກວ່າ: ໂຮງງານ ທີ່ປິດຕ້ອງຄຸ້ມຄອງພະນັກງານ-ກຳມະກອນຜູ້ທີ່ພັກເຊົາຢູ່ໃນໂຮງງານ ໃຫ້ປະຕິບັດນະໂຍບາຍກ່ຽວກັບສະຫວັດດີການສັງຄົມໃຫ້ພະນັກງານ-ກຳມະກອນທັງໝົດໃນໄລຍະປິດໂຮງງານຊົ່ວຄາວ.

ໂຮງງານທີ່ມີຄວາມຈຳເປັນໃນການເກັບຊື້ຜົນຜະລິດກະສິກຳ ຫຼື ຜົນເກັບກ່ຽວຈາກຜົນຜະລິດກະສິກຳ ໃຫ້ດໍາເນີນສະເພາະຂອດການເກັບຊື້ ຫຼື ເກັບກ່ຽວເທົ່ານັ້ນ. ໂຮງງານອຸດສາຫະກຳທີ່ໄດ້ອະນຸຍາດໃຫ້ດຳ ເນີນປົກກະຕິໂດຍໃຫ້ເອົາໃຈໃສ່ ເຜີຍແຜ່ ວິທີປ້ອງກັນພະຍາດດັ່ງກ່າວໃຫ້ພະນັກງານ, ໃຫ້ຈັດທີມງານເພື່ອຕິດຕາມໃນການວັດແທກອຸນຫະພູມຮ່າງກາຍຂອງພະນັກງານ-ກຳມະກອນໃນເວລາເຂົ້າ-ອອກໂຮງງານ.

ຖ້າພົບຜູ້ທີ່ສົງໄສຄ້າຍຄືນິຍາມທີ່ເປັນພະຍາດດັ່ງກ່າວໃຫ້ແຍກອອກສະເພາະແລ້ວໂທຫາສາຍດ່ວນ 166 ຫຼື 020 54066777 ເພື່ອຂໍຄຊາແນະນໍາ. ໃຫ້ພະນັກງານຢູ່ຮ່າງກັນ 2 ແມັດ ພ້ອມທັງໃຫ້ໃສ່ຜ້າປິດປາກ-ດັງ ແລະ ລ້າງມືດ້ວຍສະບູ ຫຼື ນ້ຳຢາຂ້າເຊື້ອ, ໃຫ້ພົ່ນຢາຂ້າເຊື້ອໃນຫ້ອງການ, ອາຄານຜະລິດ, ຫ້ອງອາຫານ, ຫໍພັກຄົນງານ ຫຼື ຈຸດທີ່ມີຄວາມສ່ຽງ.

ສຳລັບໂຮງງານທີ່ປິດ ແລະ ໄດ້ຮັບຜົນກະທົບໃນການປິດໂຮງງານໃຫ້ສັງລວມຂໍ້ມູນ ແລະ ລາຍງານຜົນກະທົບ ຕໍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສຳເນົຳສົ່ງກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ອື່ນໆ.

ຂໍ້ມູນເພີ່ມເຕີມສາມາດເຂົ້າເບີ່ງໃນເວັບໄຊ www.DIH.gov.la

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply