Visit BigblueAgency

ການມີຜູ້ໃຫ້ບໍລິການລະບົບ Cloud ຈາກ VMware ລາຍທໍາອິດຂອງລາວ ຈະຊ່ວຍໃຫ້ອົງກອນທຸລະກິດຂອງລາວ ສາມາດໃຊ້ໂອກາດນີ້ສ້າງນະວັດຕະກຳໃໝ່ທາງທຸລະກິດ ແລະ ປັບຕົວໃຫ້ທັນຕໍ່ການປ່ຽນແປງເພື່ອກ້າວໄປສູ່ເສດຖະກິດຍຸກດິຈິຕອນບໍລິສັດ VMware, Inc ຜູ້ນໍາລະດັບໂລກດ້ານຊ໋ອບແວຣ໌ສຳລັບອົງກອນໄດ້ເປີດເຜີຍເມື່ອມໍ່ໆມານີ້ວ່າ: ໃນມື້ນີ້ ທາງ Global Digital Management Solutions (GDMS) ຊຶ່ງເປັນຜູ້ໃຫ້ບໍລິການລະບົບ Cloud ແລະ ລະບົບໄອທີ ຈະເປັນຜູ້ໃຫ້ບໍລິການເຈົ້າທຳອິດທີ່ນຳສະເໜີລະບົບປະມວນຜົນທັງແບບ Public Cloud ແລະ ແບບ Hybrid Cloud ຈາກ VMware Cloud ໃນ ສປປ ລາວ ໂດຍການທີ່ GDMS ຮ່ວມເປັນສ່ວນໜຶ່ງຂອງຜູ້ໃຫ້ບໍລິການ Cloud ຂອງ VMware (VCPP: VMware Cloud Provider Program) ຈະເຮັດໃຫ້ GDMS ສາມາດຊ່ວຍເພີ່ມສັກກະຍະພາບໃຫ້ກັບອົງກອນລາວໄດ້ ຍົກລະດັບໂຄງສ້າງພື້ນຖານດ້ານໄອທີທີ່ມີຢູ່ແລ້ວ ໃຫ້ກ້າວໄປສູ່ໂລກຍຸກໃໝ່ຕະຫຼອດຈົນເຖິງ ຊ່ວຍເພີ່ມຄວາມໄວຂອງລະບົບ ຊ່ວຍໃຫ້ລະບົບສາມາດຂະຫຍາຍຕົວໄດ້ ແລະ ຊ່ວຍໃຫ້ອົງກອນເຂົ້າສູ່ຕະຫຼາດທີ່ໃຫ້ຄວາມສຳຄັນກັບສະພາບແວດລ້ອມແບບດິຈິຕອນກ່ອນສິ່ງອື່ນ (Digital First Environment) ໄດ້ຢ່າງໄວວາທັງນີ້, ໃນຊ່ວງລະຫວ່າງປີ 2020-2021 ເສດຖະກິດດິຈິຕອນຂອງລາວມີທ່າອ່ຽງວ່າ ຈະປັບໂຕສູງຂຶ້ນ ໂດຍມີຈຳນວນຜູ້ໃຊ້ງານໃນລະບົບດິຈິຕອນເພີ່ມຂຶ້ນ 468 ພັນຄົນ ຫຼື ຄິດເປັນອັດຕາການເຕີບໂຕ 15% ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ໃນປີ 2020 ເຮັດໃຫ້ອົງກອນທຸລະກິດໃນລະດັບທ້ອງຖິ່ນ ທີ່ຂາດຄວາມຊຳນານໃນດ້ານທຸລະກິດ ການຫາແຫຼ່ງທຶນ ແລະ ການໃຊ້ເຄື່ອງມືທາງທຸລະກິດ ປະສົບບັນຫາໃນການເອົາຊະນະຄວາມທ້າທາຍທາງທຸລະກິດຄັ້ງນີ້ໃຫ້ຜ່ານພົ້ນໄປໄດ້ ໂດຍຈາກການສຳຫຼວດຂອງ ສະພາການຄ້າ ແລະ ອຸດສາຫະກຳລາວ (Lao National Chamber of Commerce and Industry) ລະບຸວ່າ 36% ຂອງຫົວໜ່ວຍທຸລະກິດໃນລາວ ມີຄວາມສ່ຽງທີ່ຈະຕ້ອງໂຈະການເຮັດທຸລະກິດຢ່າງຖາວອນ ດັ່ງນັ້ນ, ການຮ່ວມມືລະຫວ່າງ VMware ແລະ GDMS ຄັ້ງນີ້ ຈະຊ່ວຍໃຫ້ອົງກອນທີ່ກຳລັງຊອກຫາແນວທາງກ້າວຕໍ່ໄປຂ້າງໜ້າ ໄດ້ໃຊ້ປະໂຫຍດຈາກເຕັກໂນໂລຊີ Cloud ເພື່ອຄົ້ນຫາແນວທາງເອົາທຸລະກິດເຂົ້າສູ່ໂລກແຫ່ງດິຈິຕອນໄດ້ ແລະ ມີຄວາມປອດໄພຫຼາຍຂຶ້ນ ໃນຄ່າໃຊ້ຈ່າຍທີ່ຫຼຸດລົງດ້ວຍຄວາມສາມາດຂອງລະບົບ Cloud ແບບ Hybrid ຂອງ VMware ທີ່ມີຊື່ສຽງລະດັບໂລກ, GDMS ຈະສາມາດຊ່ວຍໃຫ້ອົງກອນທີ່ຈັດຢູ່ໃນອຸດສາຫະກໍາພາຍໃນປະເທດ ເຊັ່ນ: ການຄ້າຍ່ອຍ ການໃຫ້ບໍລິການຂົນສົ່ງ ການໃຫ້ບໍລິການດ້ານການເງິນ ແລະ ໜ່ວຍງານພາກລັດປັບປ່ຽນລະບົບໄອທີ ທີ່ມີຢູ່ ໃຫ້ມີຄວາມທັນສະໄໝຂຶ້ນໄດ້ຢ່າງໄວວາກ່ວາເກົ່າ ໂດຍເພີ່ມປະສິດທິພາບໃຫ້ລະບົບໄອທີໄດ້ທັງຄວາມໄວ ຄວາມປອດໄພ ການຂະຫຍາຍລະບົບ ແລະ ຄວາມຊຳນານໃນການໃຊ້ງານ ຂອງລະບົບໂຄງສ້າງພື້ນຖານທາງໄອທີທີ່ມີຢູ່ແລ້ວທີ່ເຊື່ອມໂຍງເຂົ້າກັບລະບົບ Cloud ນອກຈາກນີ້, ການຮ່ວມມືກັນ ຍັງຊ່ວຍກະຕຸ້ນໃຫ້ອົງກອນປົກຄອງທ້ອງຖິ່ນ ແລະ ອົງກອນພາກເອກະຊົນ ສ້າງນະວັດຕະກຳທາງດິຈິຕອນຂຶ້ນມາໂດຍອາໄສຄວາມສາມາດທີ່ມີຢູ່ໃນລະບົບ Cloud ຂອງ VMware ຊຶ່ງສິ່ງເຫຼົ່ານີ້ ເປັນສິ່ງທີ່ສໍາຄັນຢ່າງຍິ່ງໃນການສ້າງຄວາມກ້າວໜ້າໃຫ້ກັບສະພາບແວດລ້ອມທາງທຸລະກິດ ຂອງລາວ ເພື່ອກ້າວໄປສູ່ຂັ້ນຕໍ່ໄປຂອງການປ່ຽນແປງ ແລະ ການເຕີບໃຫຍ່ທາງທຸລະກິດ“ເຕັກໂນໂລຊີ ຄືສິ່ງທີ່ສຳຄັນທີ່ຈະຂັບເຄື່ອນໄປສູ່ອະນາຄົດຂອງລາວ, ໂດຍສະເພາະໃນສະພາວະການແຜ່ລະບາດທີ່ເກີດຂຶ້ນຢູ່ໃນຂະນະນີ້ ຍິ່ງເຮັດໃຫ້ທຸລະກິດຂອງອົງກອນຕ່າງໆ ມີຄວາມຕ້ອງການປັບໂຕໃຫ້ເທົ່າທັນການປ່ຽນແປງຫຼາຍຍິ່ງຂຶ້ນ ດ້ວຍການໃຊ້ລະບົບໄອທີທີ່ຂະຫຍາຍຕົວໄດ້ ແລະ ມີຄວາມປອດໄພ ພ້ອມກັນນັ້ນ ຍັງຈະນຳໄປສູ່ການເກີດສະພາບແວດລ້ອມແບບ Digital-First ໄດ້ໄວຍິ່ງຂຶ້ນ” Nitin Ahuja, General Manager and Country leader, Laos and Emerging Markets ໄດ້ເວົ້າວ່າ “VMware ໃຫ້ຄໍາໝັ້ນສັນຍາໃນການເຮັດວຽກພັນທະມິດຂອງເຮົາແບບ GDMS ໃນຕະຫຼາດທີ່ຈະເກີດຂຶ້ນໃໝ່ໃນອາຊຽນ ເພື່ອວາງແນວທາງຟຶ້ນຟູອົງກອນທຸລະກິດທັງຫຼາຍ ບໍ່ວ່າຈະນ້ອຍຫຼືໃຫຍ່ ອັນຈະຊ່ວຍປິດຊ່ອງວ່າງທາງດິຈິຕອນ ແລະ ເກີດສິ່ງທີ່ຈະເກີດໃນຕໍ່ໄປໃນການຟື້ນໂຕ ແລະ ເຕີບໂຕຂອງລາວ”ທ່ານ Mathieu Ploton, Chief Technical Officer, GDMS ໄດ້ກ່າວວ່າ “ການທີ່ລາວເຕີບໂຕຢ່າງໄວເພື່ອໄປສູ່ໂລກແຫ່ງດິຈິຕອນໃນອະນາຄົດ ລະບົບ Cloud ແລະ ການປ່ຽນຜ່ານໄປເປັນອົງກອນດິຈິຕອນຄືການຕັດສິນໃຈທີ່ຖືກຕ້ອງສຳລັບນັກທຸລະກິດ ຜູ້ທີ່ກຳລັງຫາສະພາບແວດລ້ອມການເຮັດວຽກແບບໃໝ່ມາໃຊ້ງານ ແລະ ດ້ວຍການນຳສະເໜີລະບົບໄອທີທີ່ປອດໄພ ຂະຫຍາຍໂຕໄດ້ ໃນລາຄາທີ່ເໝາະສົມກັບທຸລະກິດ ເຮົາຫວັງວ່າຈະເຮັດໃຫ້ MSME ໃນລາວ ໄດ້ໃນສິ່ງທີ່ທຸລະກິດຕ້ອງການຢ່າງຮີບດ່ວນ ເພື່ອປັບຕົວໃຫ້ເຂົ້າກັບການປ່ຽນແປງ ແລະ ເປັນກຳລັງສົ່ງເສີມໃຫ້ເກີດການຟຶ້ນຕົວທາງທຸລະກິດຂອງລາວໄດ້” ກ່ຽວກັບ VMware VMware ຄືຜູ້ພັດທະນາລະບົບຊ໋ອບແວຣ໌ລະດັບໂລກ ທີ່ຊ່ວຍເພີ່ມສັກກະຍະພາບໃນໂຄງສ້າງພື້ນຖານແບບດິຈິຕອນທີ່ມີຄວາມຊັບຊ້ອນສູງ ໂດຍຜະລິດຕະພັນຂອງ VMware ອັນໄດ້ແກ່ Cloud, App Modernization, Networking, Security ແລະ Digital Workspace ລ້ວນໄດ້ຮັບການພັດທະນາເພື່ອຊ່ວຍເຫຼືອໃຫ້ລູກຄ້າໃຊ້ງານລະບົບເທິງ cloud ໃດໆ ກໍ່ໄດ້ ໃນອຸປະກອນໃດໆ ກໍ່ໄດ້ ໂດຍທີ່ສຳນັກງານໃຫຍ່ຂອງ VMware ເມືອງ Palo Alto ລັດ California ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສ້າງສັນສິ່ງດີໆ ຈາກນະວັດຕະກໍາເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ເກີດປະໂຫຍດໃນລະດັບໂລກ ສຳລັບຂໍ້ມູນເພີ່ມເຕີມເບິ່ງໄດ້ທີ່ : https://www.vmware.com/company.html.

Local Media Contact

ບິກບລູເອເຈນຊີ່

ໂທ: +856 21 251 820

ອີເມວ: media@bigblueagency.com

Media Contact

Anubha Pandey SEAK Communications,

VMware Phone: +65 9630 5579

Email: anubhap@vmware.com

Mathieu Ploton

Chief Technical Officer

Global Digital Management Solutions Co Ltd

Mobile/WhatsApp/Signal: +856 20 59 950 253

Related Articles

Leave a Reply