ຂ່າວດີໃນມື້ນີ້ ແມ່ນ 2 ຄົນ ໄດ້ອອກໂຮງໝໍ ພາຍຫຼັງປີ່ນປົວຫາຍດີຈາກພະຍາດໂຄວິດ-19 ລວມມີຜູ້ຕິດເຊື້ອກໍລະນີທີ 16 ແລະ 18 ເຊິ່ງລາຍງານຜ່ານເຟສບຸກຂອງສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ກະຊວງສາທາລະນະສຸກ.
ຜູ້ທີ່ອອກໂຮງໝໍໃນມື້ນີ້ແມ່ນກໍລະນີທີ 16 ເປັນເພດຍິງ ອາຍຸ 23 ປີ ຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງຜູ້ກ່ຽວເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 8 ເມສາ 2020 ແລະ ອີກໜຶ່ງຄົນແມ່ນ ກໍລະນີທີ 18 ເປັນເພດຍິງ ອາຍຸ 32 ປີ ຢູ່ບ້ານດຽວກັນກັບກໍລະນີທີ 16 ຜູ້ກ່ຽວເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 10 ເມສາ 2020.
ສໍາລັບຢູ່ ສປປ ລາວ ນັບມາຮອດ ວັນທີ 27 ພຶດສະພາ 2020 ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ທົ່ວປະເທດຍັງເປັນ 19 ຄົນເທົ່າເດີມ ໃນນີ້ເພດຍິງ 10 ຄົນ ໃນນີ້ກວດພົບຢູ່ນະຄອນຫຼວງວຽງຈັນ 16 ຄົນ ເປັນຊາວຕ່າງປະເທດ 1 ຄົນ ແລະ ຢູ່ແຂວງຫຼວງພະບາງ 3 ຄົນ ເຊິ່ງໄດ້ປີ່ນປົວຫາຍດີ ແລະ ກັບບ້ານແລ້ວ 16 ຄົນ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 13 ແລະ ຫຼວງພະບາງ 3 ຄົນ. ປະຈຸບັນ ຍັງເຫຼືອພຽງ 3 ຄົນ ທີ່ຍັງສືບຕໍ່ຕິດຕາມອາການຢູ່ໂຮງໝໍມິດຕະພາບ ລວມມີ ກໍລະນີທີ 8, 10 ແລະ 17.
ຂ່າວ: ວຽງຈັນທາຍ