ໃນເດືອນ ມິຖຸນາ ແລະ ເດືອນ ກໍລະກົດ 2022 ທີ່ຜ່ານມານີ້ ສປປ ລາວ ສາມາດບັນລຸມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ໄດ້ປະມານ 1.968 ລ້ານ ໂດລາສະຫະລັດ ໃນນັ້ນ ມູນຄ່າການສົ່ງອອກ ມີປະມານ 883 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າມີປະມານ 1.130 ລ້ານໂດລາ ສະຫະລັດ ເຊິ່ງຂາດດຸນການຄ້າໄປປະມານ 247 ລ້ານ ໂດລາສະຫະລັດ.
ໂດຍມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ມິຖຸນາປີ 2022 ແມ່ນບັນລຸໄດ້ປະມານ 1.000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 456 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 589 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 133 ລ້ານໂດລາສະຫະລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ຢາງພາລາ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເກີບ, ນໍ້າຕານ ແລະ ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະລິດຕະພັນການຢາ (ເພສັດຊະກໍາ),ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ສາຍໄຟຟ້າ, ເຄເບີ້ລ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ແລະ ຜະລິດຕະພັນທາງເຄມີ.
ສ່ວນເດືອນກໍລະກົດ ປີ 2022, ສປປ ລາວ ແມ່ນ ແມ່ນມີມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ປະມານ 968 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 541 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 114 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກຫຼັກ ປະກອບມີ: ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ຄຳປະສົມ, ຄຳແທ່ງ, ເຍື່ອໄມ້ ແລະ ເສດເຈ້ຍ, ແຮ່ທອງ, ຢາງພາລາ, ແຮ່ເຫຼັກ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ນໍ້າຕານ, ເກີບ…; ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສັດທີ່ມີຊີວິດ, ສາຍໄຟຟ້າ, ເຄເບີ້ລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.