Vientiane Times Lao
21 ພາກສ່ວນທຸລະກິດ ປະກອບສ່ວນທຶນ ເຂົ້າໃນການສ້າງກອງທຶນຜະລິດສິນຄ້າ

21 ພາກສ່ວນທຸລະກິດ ປະກອບສ່ວນທຶນ ເຂົ້າໃນການສ້າງກອງທຶນຜະລິດສິນຄ້າ

ບັນດາຫົວໜ່ວຍທຸລະກິດ ຈຳນວນ 21 ພາກສ່ວນ ປະກອບສ່ວນທຶນ ເປັນເງິນ ລວມມູນຄ່າທັງໝົດ 55 ຕື້ກີບ ໃຫ້ແກ່ ລັດຖະບານ ເພື່ອປະກອບສ່ວນເຂົ້າໃນການສ້າງກອງທຶນຜະລິດສິນຄ້າ ຂອງ ສປປ ລາວ.

21 ພາກສ່ວນທີ່ນຳເງິນມາມອບໃນຄັ້ງນີ້ ປະກອບມີ: ບໍລິສັດ ST Bank ຈໍານວນ 6 ຕື້ກີບ; ບໍລິສັດ PT Sole, ບໍລິສັດ ພົງຊັບທະວີ ຈຳກັດ, ທະນາຄານພັດທະນາລາວ (LDB), ທະນາຄານຮ່ວມພັດທະນາ (JDB), ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ບໍລິສັດ ລາວກຣີນດີເວີລົບເມັ້ນ ຈຳກັດ, ບໍລິສັດ AIF ແລະ AIDC ແລະ ບໍລິສັດ ຊີເຄ ກຣຸບ ພາກສ່ວນລະ 5 ຕື້ກີບ; ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຈຳນວນ 2 ຕື້ກີບ; ບໍລິສັດ ໂຊກໄຊ, ບໍລິສັດ ລາດຊະວົງ ພັດທະນາ, ບໍລິສັດ ໄຊສົມບູນ ຈະເລີນຊັບ, ບໍລິສັດ ຄູນຄຳ ຈຳກັດ ແລະ ບໍລິສັດ ບົວທິບ ພາກສ່ວນລະ 1 ຕື້ກີບ; ກຸ່ມບໍລິສັດ ດວງຈະເລີນ, ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ແລະ ກຸ່ມບໍລິສັດ ພູສີກໍ່ສ້າງກຣຸບ ພາກສ່ວນລະ 500 ລ້ານກີບ; ບໍລິສັດ ພັນທະມິດ ແລະ ບໍລິສັດ HKS ພາກສ່ວນລະ 200 ລ້ານກີບ ແລະ ບໍລິສັດ 3S ຈໍານວນ 100 ລ້ານກີບ.

ພິທີມອບ-ຮັບເງິນ ຈໍານວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີ ກະຊວງພາຍໃນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຫົວໜ່ວຍທຸລະກິດ ທີ່ໄດ້ສະແດງເຈດຈໍານົງ ແລະ ມີຈິດໃຈຢາກພັດທະນາ ດ້ວຍນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຢາກເຫັນປະເທດຊາດຂອງຕົນ ໄດ້ຮັບການພັດທະນາຢ່າງແທ້ຈິງ ຈຶ່ງໄດ້ລະດົມກັນປະກອບສ່ວນທຶນ ເຂົ້າໃນກອງທຶນຜະລິດສິນຄ້າ ໃນຄັ້ງນີ້.

ພ້ອມນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ເຫດຜົນໃນການສ້າງຕັ້ງກອງທຶນດັ່ງກ່າວ, ລວມທັງ ທ່າແຮງ ແລະ ຂໍ້ຈຳກັດ ທາງດ້ານແຫຼ່ງທຶນ ໃນການຊຸກຍູ້ສົ່ງເສີມບັນດາວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍສະເພາະ ການຊຸກຍູ້ການດໍາເນີນທຸລະກິດ, ການບໍລິການ, ການຜະລິດສິນຄ້າພາຍໃນ ທີ່ເປັນຍີ່ຫໍ້ (Brand) ຂອງຄົນລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດສົ່ງອອກຕ່າງປະເທດ, ທັງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເທື່ອລະກ້າວ, ພ້ອມທັງ ຢືນຢັນວ່າ ຈະນຳໃຊ້ເງິນທີ່ໄດ້ຮັບຈາກການປະກອບສ່ວນ ໃຫ້ເປັນປະໂຫຍດສູງສຸດ ແລະ ເປັນໄປຕາມຈຸດປະສົງທີ່ວາງໄວ້ ເພື່ອໃຫ້ກອງທຶນດັ່ງກ່າວ ນັບມື້ນັບເຕີບໃຫຍ່ຂຶ້ນເລື້ອຍໆ.

ພ້ອມດຽວກັນ ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ລາຍງານໃຫ້ຊາບວ່າ ສຳລັບການຄຸ້ມຄອງ ແລະ ນຳໃຊ້ທຶນດັ່ງກ່າວ, ລັດຖະບານ ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ເພື່ອສ້າງນິຕິກຳ ແລະ ລະບຽບການ ພ້ອມທັງ ໃຫ້ເອົາລະບຽບການດັ່ງກ່າວ ທາບທາມຄຳຄິດເຫັນນຳບັນດາຜູ້ປະກອບການຕົວຈິງຕື່ມ ເພື່ອລະດົມຄວາມຄິດເຫັນທີ່ຫຼາກຫຼາຍ ແນໃສ່ສ້າງກອງທຶນດັ່ງກ່າວ ມີເນື້ອໃນຮັດກຸມ,ຈະແຈ້ງ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ຂ່າວຈາກ: ກົມປະຊາສຳພັນ, ຫສນຍ

Related Articles

Leave a Reply