ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສ່ວນໃຫຍ່ຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ເປັນສາຍເຫດໃຫ້ເກີດອຸບັດເຫດ, ສະເພາະ ປິ 2020 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 1.031 ຄົນ ໃນທົ່ວປະເທດ, ທຽບໃສ່ປີ 2019 ເສຍຊິວິດເພີ່ມຂຶ້ນ 89 ຄົນ ລວມມູນຄ່າເສຍຫາຍ 103 ຕື້ກວ່າກີບ.
ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ໃນທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 6.774 ຄັ້ງ, ເຮັດໃຫ້ມີຄົນໄດ້ຮັບບາດເຈັບທັງໝົດ 10. 027 ຄົນ ແລະ ພາຫະນະເປ່ເພທັງໝົດ 12. 007 ຄັນ.
ສໍາລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ເກີດຈາກດື່ມສິ່ງມຶນເມົາມີເຖິງ 1. 564ຄັ້ງ, ໃຊ້ຄວາມໄວເກີນຂອບເຂດ 1. 463 ຄັ້ງ, ແຊງບໍ່ຮັບປະກັນ 478 ຄັ້ງ, ລ່ວງປ້າຍຫ້າມ 249 ຄັ້ງ, ປ່ຽນທິດທາງ 644ຄັ້ງ, ບໍ່ປ່ອຍສິດ 493 ຄັ້ງ ແລະ ອື່ນໆ. ສ່ວນພາຫະນະທີ່ຮ່ວມກໍ່ເຫດເກີດອຸບັດເຫດຫຼາຍກວ່າໝູ່ ແມ່ນລົດຈັກຕໍາລົດຈັກ 1.575 ຄັ້ງ, ຮອງລົງມາ ລົດຍົນຕໍາລົດຍົນ 1,319ຄັ້ງ, ລົດຈັກຕໍາລົດບັນທຸກ 355 ຄັ້ງ, ລົດຍົນຕໍາລົດບັນທຸກ 180 ຄັ້ງ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄພ