Vientiane Times Lao
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ

ຄະນະບໍລິຫານງານຊາວ ໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງ, ຍິງ 431 ນ້ອງ, ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງ, ຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງ, ຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍມີ ທ່ານ  ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ, ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ພະຈິກ 2025 ຜ່ານມານີ້, ຢູ່ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ.

ທ່ານ ບຸນໂຈມ ອຸບົນປະເສີດ ໂອ້ລົມຕໍ່ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນທັນວາ ຊື່ງເປັນພິທີ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ໂດຍສະເພາະ ພິທີຮັບມະຫາຊົນກ້າວ ໜ້າໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມອອກ ແຮງແຂ່ງຂັນກັນ ສ້າງຂະບວນການຕ້ອນຮັບ 3 ວັນ ປະຫວັດສາດ ຂອງຊາດ ຂອງພັກ ຄື: ຂະບວນການເພື່ອ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ທີ່ພວກ ເຮົາພາກັນ ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ມີບັນຍາກາດຄຶກຄື້ນ ຫວ່າງບໍ່ດົນມານີ້ ແລະ ອີກ 2 ວັນຂ້າງໜ້າ ນີ້ຄື: ການກະກຽມເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025), ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025) ແລະ ວັນສໍາຄັນອີກວັນໜຶ່ງທີ່ນອນຢູ່ໃນໄລຍະດຽວກັນກໍຄື: ວັນສ້າງຕັ້ງເຍົາວະຊົນ ທັນວາ ຄົບຮອບ 70 ປີ (2 ທັນວາ 1955 – 2 ທັນວາ 2025); ນັບແຕ່ຂັ້ນແຂວງ, ຂັ້ນເມືອງ, ຂັ້ນໜ່ວຍ, ຂັ້ນ ຮາກຖານຊາວໜຸ່ມບ້ານເຫັນວ່າຟົດຟື້ນ ແລະ ມີສ່ວນຮ່ວມຂອງຫຼາຍພາກສ່ວນໃນສັງຄົມໄດ້ເສີມຂະຫຍາຍ ມູນເຊື້ອໃຫ້ດີຂຶ້ນເປັນກ້າວໆ.

ໃນພິທີ, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ກໍໄດ້ຄ້ອງແພແດງ ແລະ ແພຟ້າໃຫ້ຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນ ຈາກໂຮງຮຽນແຫ່ງຕ່າງໆ ຢ່າງເປັນຂະບວນຟົດຟື້ນ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

Related Articles

Leave a Reply