Vientiane Times Lao
30.654 ຄອບຄົວທີ່ຍັງທຸກຍາກຈະຫຼຸດພົ້ນອອກຈາກຄວາມທຸກຍາກໃນປີນີ້

30.654 ຄອບຄົວທີ່ຍັງທຸກຍາກຈະຫຼຸດພົ້ນອອກຈາກຄວາມທຸກຍາກໃນປີນີ້

 ຄາດໝາຍວຽກງານດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກຕາມ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາໃນປີ 2022 ນີ້, ລັດຖະບານຈະສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍຈະເຮັດໃຫ້ຄອບຄົວທີ່ທຸກຍາກພົ້ນທຸກ ໃຫ້ໄດ້ 30.654 ຄອບຄົວ ເທົ່າກັບ 11,12% ຂອງ​ຈຳ​ນວນຄອບຄົວບໍ່ທັນພົ້ນທຸກ ຫຼື ຍັງທຸກຍາກທັງໝົດ 275.553 ຄອບຄົວ, ຈະສ້າງບ້ານພົ້ນທຸກ ໃຫ້ໄດ້ 466 ບ້ານ ເທົ່າກັບ 12,82% ຂອງບ້ານບໍ່ພົ້ນທຸກ ຈໍານວນ 3.634 ບ້ານ.

 ນອກຈາກນີ້ມະຕິກອງປະຊຸມສະພາແຫ່ງຊາດ ຍັງຈະສ້າງເມືອງພົ້ນທຸກໃຫ້ໄດ້ 12 ເມືອງ ເທົ່າກັບ 8,10% ຂອງຈໍານວນ 148 ເມືອງທັງໝົດທົ່ວປະເທດ, ສ້າງຄອບຄົວພັດທະນາໃຫ້ໄດ້ 26.859 ຄອບຄົວ, ເພີ່ມຂຶ້ນເປັນ 788.427 ຄອບຄົວ, ເທົ່າກັບ 61,43% ຂອງຈໍານວນ ຄອບຄົວທັງ ໝົດທົ່ວປະເທດ ທີ່ມີ 1.239.702; ສ້າງບ້ານພັດທະນາໃຫ້ໄດ້ 663 ບ້ານ ເພີ່ມຂຶ້ນເປັນ 1.852 ບ້ານ ເທົ່າກັບ 14,11% ຂອງຈໍານວນບ້ານທັງໝົດທົ່ວປະເທດ 8.426 ບ້ານ ແລະ ຍັງຈະສ້າງບ້ານຕົວແບບບ້ານໃຫຍ່ ໃຫ້ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 3 ບ້ານ ເພີ່ມຂຶ້ນເປັນ 19 ບ້ານ; ສ້າງເມືອງເຂັ້ມແຂງຮອບດ້ານ ໃຫ້ໄດ້ 4 ເມືອງ ລວມເປັນ 9 ເມືອງ ແລະ ຂະຫຍາຍກອງທຶນພັດທະນາບ້ານໃຫ້ໄດ້ 500 ລ້ານກີບຕໍ່ບ້ານ ຈໍານວນ 12 ບ້ານ.

ຂ່າວ-ພາບ: ສຸກສະຫວັນ

Related Articles

Leave a Reply