Vientiane Times Lao
5 ສາຂາຊ່າງ ໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4

5 ສາຂາຊ່າງ ໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4

ການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-30 ເມສາ 2025, ໂດຍມີ 5 ສາຂາຊ່າງ ປະກອບມີ: ສາຂາວິຊາ ເວັບເຕັກໂນໂລຊີ, ສາຂາວິຊາ ການຕິດຕັ້ງໄຟຟ້າ, ສາຂາວິຊາ ປຸງແຕ່ງອາຫານ, ສາຂາວິຊາ ກລາບຟຣິກດີຊາຍ ແລະ ສາຂາວິຊາ ໄມ້ເຄື່ອງເຮືອນ ທີ່ມາຈາກສະຖານພັດທະນາສີມີແຮງງານ, ສະຖານອາຊີວະສຶກສາ ຈາກສູນກາງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນ ຄັ້ງນີ້.

ການແຂ່ງຂັນສີມືແຮງງານແຫ່ງຊາດ ປີນີ້ ຈັດຂຶ້ນໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ,ໂດຍການແຂ່ງຂັນແມ່ນເນັ້ນໃສ່ການຄັດເລືອກເອົາຜູ້ທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ14 ທີ່ປະເທດຟິລິບປິນ ໃນທ້າຍເດືອນສິງຫາ 2025 ນີ້.

ການແຂ່ງຂັນສີມືແຮງງານແຫ່ງຊາດ ເປັນກິດຈະກຳໜື່ງທີ່ຖືກຈັດທຸກໆປີ ເພື່ອສົ່ງເສີມການພັດທະນາສີມືແຮງງານໃຫ້ແກ່ບັນດາຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ, ເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານບົດ ຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ມີການປ່ຽນແປງໄປຕາມຍຸກການຫັນເປັນອຸດສາຫະກຳ 4.0.

ການແຂ່ງຂັນສີມືແຮງງານແຫ່ງຊາດ ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາເປັນຕໍ່ການພັດທະນາສີມືແຮງງານ ເພື່ອສ້າງແຮງງານລາວ ໃຫ້ມີສີມືທີ່ໄດ້ມາດຕະຖານ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ. 

Related Articles

Leave a Reply