Visit BigblueAgency
57 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ຢູ່ແຂວງ ສະຫວັນນະເຂດ

57 ຄົນ ເສຍຊີວິດ ຍ້ອນອຸບັດເຫດ ຢູ່ແຂວງ ສະຫວັນນະເຂດ

ໃນ 6 ເດືອນ ຕົ້ນປີ, ແຂວງ ສະຫວັນນເຂດ ມີອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 329 ກໍລະ­ນີ ແລະ ມີຜູ້ເສຍຊີວິດແລ້ວ 57 ຄົນ, ຊຶ່ງອຸ­ບັດ­ເຫດໃນແຕ່ລະຄັ້ງ ເຮັດໃຫ້ມີພາ­ຫະ­ນະເປ່ເພທັງໝົດ 567 ຄັນ ແລະ ມີຄົນໄດ້ຮັບບາດ­ເຈັບທັງໝົດ 497.

ອີງຕາມການລາຍງານສະ­ພາບການເກີດອຸ­ບັດ­ເຫດ ຂອງພະແນກຕຳ­ຫຼວດຈະ­ລາ­ຈອນ ປກສ ແຂວງ ສະຫວັນນະເຂດ: ປະ­ຈຸ­ບັນ ການເກີດອຸ­ບັດ­ເຫດຢູ່ຕາມສາຍທາງຕ່າງໆພາຍໃນແຂວງ, ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ເຄົາ­ລົບກົດລະ­ບຽບຈະ­ລາ­ຈອນ ໂດຍສະເພາະ ລ່ວງໄຟແດງ, ຂັບຂີ່ໄວເກີນກຳ­ນົດ, ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນ­ທາງຮ່ວມກັນ ແຊງຊ້າຍ-ຂວາບໍ່ຮັບ­ປະ­ກັນ ແລະ ອື່ນໆ, ຮ້າຍແຮງໄປກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ ອັນເປັນສາຍເຫດຂອງການເກີດອຸ­ບັດ­ເຫດຕາມທ້ອງຖະໜົນ.

ເພື່ອຫຼຸດ­ຜ່ອນການເກີດອຸ­ບັດ­ເຫດ ທາງເຈົ້າໜ້າ­ທີ່ຕຳ­ຫຼວດຈະ­ລາ­ຈອນ ປກສ ແຂວງ ໄດ້ສຶບຕໍ່ໂຄສະນາເຜີຍແຜ່ລະບຽບການສັນ­ຈອນ ໂດຍສະເພາະຮຽກ­ຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະ­ໜົນຕ້ອງຮ່ວມໃຈກັນປະ­ຕິ­ບັດກົດລະ­ບຽບການສັນ­ຈອນທາງ­ບົກໃຫ້ເຄັ່ງຄັດ, ມີສະ­ຕິໃນການຂັບຂີ່ແຕ່ລະຄັ້ງ ແລະ ກວດ­ກາສະ­ພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນ­ທາງ ບັນຫາການເກີດອຸ­ບັດ­ເຫດມັນຈຶ່ງຈະຫຼຸດລົງ.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄ

Related Articles

Leave a Reply