7 ວັນອັນຕະລາຍໃນໄລຍະສະຫຼອງບຸນປີໃໝ່ລາວ ລະຫວ່າງວັນທີ 11 ຫາ 17 ເມສາ 2025 ທີ່ຜ່ານມານີ້ໄດ້ມີຜູ້ເສຍຊີວິດ 26 ຄົນຈາກອຸບັດເຫດທີ່ເກີດຂຶ້ນຫຼາຍກວ່າ 313 ລາຍ.
ທ່ານ ພັນເອກ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ປີ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ຂອງກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ແລະ ສະພາບອຸບັດເຫດຈະລາຈອນທາງບົກ ທົ່ວປະເທດ (ໄລຍະ 7 ວັນ ລະຫວ່າງວັນທີ 11 ຫາ 17 2025) ໃນວັນທີ 18 ເມສາ ນີ້ ທີ່ກົມຕໍາຫຼວດຈະລາຈອນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ.
ທ່ານ ພັນເອກ ແກ້ວມາລາ ແສງທອງ ໄດ້ໃຫ້ຮູ້ວ່າ: ສໍາລັບຜູ້ລະເມີດກົດລະບຽບຈະລາຈອນໃນໄລຍະເທດສະການບຸນປີໃໝ່ ຊຶ່ງໄດ້ສະແດງອອກໃນສະຖິຕິໃນໄລຍະຕັ້ງຈຸດກວດກາ ໃນຂອບເຂດທົ່ວປະເທດ ໂດຍເຈົ້າໜ້າທີ່ໄດ້ເຮັດວຽກງານບັງຂັບໃຊ້ກົດໝາຍ ແລະ ວຽກງານໂຄສະນາໄປພ້ອມໆກັນ ແລະ ໄດ້ຕັ້ງຈຸດກວດກາໃນຈໍານວນ 100 ກວ່າຈຸດໃນຂອບເຂດທົ່ວປະເທດ ແລະ ໄດ້ກວດຈັບຄວາມໄວທັງໝົດແມ່ນໄດ້ພົບເຫັນຜູ້ລະເມີດຈໍານວນ 513 ຄົນ ແລະ ຄວາມໄວສູງສຸດ 133 ກິໂລແມັດຕໍ່ຊົ່ວໂມງ; ກວດພົບທາດເຫຼົ້າໃນຮ່າງກາຍເກີນກໍານົດມີ 164 ຄົນ ສໍາລັບຜູ້ທີ່ເກີນ; ຜູ້ລະເມີດກົດລະບຽບຈະລາຈອນໃນລະຫວ່າງ 11-17 ເມສາ 2025 (7 ວັນ) ມີອຸບັດເຫດເກີດຂຶ້ນທັງໝົດ 313 ລາຍ ຖ້າທຽບໃສ່ປີ 2024 ຖືວ່າຫຼຸດ 3 ລາຍ; ພາຫະນະເປ່ເພ 538 ຄັນ ທຽບໃສ່ປີ 2024 ຫຼຸດລົງ 29 ຄັນ; ຄົນໄດ້ຮັບບາດເຈັບ 521 ຄົນ ທຽບໃສ່ປີ 2024 ຫຼຸດລົງ 73 ຄົນ; ຄົນເສຍຊີວິດ 26 ຄົນ ຍິງ 7 ຄົນ ຖ້າທຽບໃສ່ປີ 2024 ຫຼຸດລົງ 7 ຄົນ.
ສະເພາະນະຄອນຫຼວງວຽງຈັນໃນໄລຍະ 7 ວັນ ມີອຸບັດເຫດເກີດຂຶ້ນທັງໝົດ 35 ລາຍ ຖ້າທຽບໃສ່ປີ 2024 ຫຼຸດລົງ 2 ລາຍ; ພາຫະນະເປ່ເພ 66 ຄັນ ທຽບໃສ່ປີ 2024 ຫຼຸດລົງ 12 ຄັນ; ຄົນໄດ້ຮັບບາດເຈັບ ມີ 30 ຄົນ ທຽບໃສ່ປີ 2024 ຫຼຸດລົງ 19 ຄົນ; ຄົນເສຍຊີິວິດ 2 ຄົນ ທຽບໃສ່ປີ 2024 ຫຼຸດລົງ 2 ຄົນ.
ສໍາລັບແຂວງທີ່ເກີດອຸບັດເຫດຫຼາຍໃນໄລຍະ 11-17 ເມສາ 2025, ແຂວງຈໍາປາສັກ ມີ 40 ລາຍ, ແຂວງວຽງຈັນ 38 ລາຍ ແລະ ນະຄອນຫຼວງວຽງຈັນ 35 ລາຍ.
ແຂວງທີ່ເສຍຊີວິດຫຼາຍແມ່ນ ແຂວງວຽງຈັນ ມີ 4 ຄົນ; ແຂວງສະຫວັນນະເຂດ 4 ຄົນ; ແຂວງຫຼວງພະບາງ 3 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ.
ທ່ານໃຫ້ຮູ້ຕື່ມວ່າ: ສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນມາຈາກຫຼາຍສາເຫດຄື: ດື່ມສິ່ງມຶນເມົາ 75 ກໍລະນີ, ເສຍຊີວິດ 14 ຄົນ; ຈາກຄວາມໄວ 109 ກໍລະນີ ເສຍຊີວິດ 8 ຄົນ, ບໍ່ປ່ອຍສິດ 50 ກໍລະນີ ເສຍຊີວິດ 3 ຄົນ; ຊີງບໍ່ຮັບປະກັນ 31 ກໍລະນີ ເສຍຊີວິດ 1 ຄົນ; ປ່ຽນທິດທາງ 39 ກໍລະນີ ແລະ ເຕັກນິກບໍ່ຮັບປະກັນ 9 ກໍລະນີ. ສໍາລັບອຸບັດເຫດ ທີ່ພົວພັນເຖິງຄົນຕ່າງປະເທດມີດັ່ງນີ້: ຄົນຈີນ 6 ລາຍ; ຫວຽດນາມ 5 ລາຍ; ໄທ 3 ຄົນ ແລະ ຄົນມຽນມາ 4 ຄົນ.
ທີ່ມາ: ປະຊາຊົນ