Vientiane Times Lao
7 ສະຖານີ ລົດໄຟຈີນ-ລາວ ໄດ້ເປີດ ໃຫ້ບໍລິການຂົນສົ່ງສິນຄ້າຄົບທຸກສະຖານີແລ້ວ

7 ສະຖານີ ລົດໄຟຈີນ-ລາວ ໄດ້ເປີດ ໃຫ້ບໍລິການຂົນສົ່ງສິນຄ້າຄົບທຸກສະຖານີແລ້ວ

 ສະຖານີລົດໄຟຈີນ-ລາວ 7 ແຫ່ງປະກອບມີສະຖານີວຽງຈັນໃຕ້, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ສະຖານີນາເຕີຍ ແລະ ສະຖານີເມືອງໄຊໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຄົບທຸກສະຖານີແລ້ວຊຶ່ງສະຖານີເມືອງໄຊຖືວ່າເປັນສະຖານີສຸດທ້າຍທີ່ໄດ້ເປີດໃນວັນທີ 1 ພະຈິກ 2022 ທີ່ຜ່ານມາ.

ສະຖານີເມຶອງໄຊ ແຂວງອຸດົມໄຊ ຕັ້ງຢູ່ໃຈກາງທາງພາກເໜືອຂອງລາວ, ເປັນທັງສະຖານີຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ, ມີເນື້ອທີ່ທັງໝົດ 4.582 ຕາແມັດ; ຄວາມຍາວຂອງລາງຂົນສົ່ງສິນຄ້າພາຍໃນສະຖານີແມ່ນ 367 ແມັດ, ມີລາງຮັບສົ່ງລົດໄຟ 3 ລາງ.

ປັດຈຸບັນ, ພະນັກງານຄຸ້ມຄອງ ແລະ ພະນັກງານປະຕິບັດການຂອງສະຖານີຂົນສົ່ງສິນຄ້າແມ່ນມີຄວາມພ້ອມໃນການໃຫ້ບໍລິການແລ້ວ ແລະ  ອຸປະກອນການບັນທຸກ, ເຄື່ອງຊັ່ງນໍ້າໜັກລົດບັນທຸກ, ເຄື່ອງເຕີມນໍ້າມັນ ແລະ ອື່ນໆ.

ໃນດ້ານການຂົນສົ່ງສິນຄ້າ, ສະຖານີຂົນສົ່ງສິນຄ້າເມືອງໄຊ ຕົ້ນຕໍແມ່ນດຳເນີນການຮັບສົ່ງຕູ້ຄອນເທນເນີ, ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ເປີດ​ບໍລິການ ແມ່ນຊ່ວຍຊຸກຍູ້ການ​ສົ່ງອອກ​ຜົນຜະລິດ, ຜະລິດ​ຕະພັນ​ກະສິກຳ, ​ພືດພັນ ແລະ ​ແຮ່​ໂລຫະເປັນຕົ້ນ.

Related Articles

Leave a Reply