ສະພາບການລະບາດຂອງໄຂ້ຍຸງລາຍ ຍັງມີທ່າອ່ຽງສຶບຕໍ່ແຜ່ລະບາດໃນຂອບເຂດທົ່ວປະເທດ, ໂດຍສະເພາະ 7 ເດືອນ ຜ່ານມານີ້ ມີຜູ້ປ່ວຍໄຂ້ຍຸງລາຍເພີ່ມຂຶ້ນ 9.178 ກໍລະນີ.
ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ເດືອນມັງກອນ 2024 ຫາວັນທີ 31 ກໍລະກົດ 2024 ນີ້ ມີຜູ້ເສຍຊິວິດແລ້ວ 8 ຄົນ ຍ້ອນໄຂ້ຍຸງລາຍ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງ ເຊກອງ 2 ຄົນ, ແຂວງ ຫຼວງພະບາງ 2 ຄົນ ແລະ ແຂວງຫຼວງນໍ້າທາ 1 ຄົນ) ແລະ ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 9.178 ກໍລະນີ ໃນທົ່ວປະເທດ ຊຶ່ງນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍພະຍາດໄຂ້ຍຸງລາຍ 2.236 ກໍລະນີ, ຮອງລົງມາ ແຂວງເຊກອງ 2. 096 ກໍລະນີ, ແຂວງ ຫຼວງພະບາງ 961 ກໍລະນີ, ແຂວງ ຫຼວງນໍ້າທາ 640 ກໍລະນີ ແລະ ແຂວງ ອື່ນໆ.
ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ ການທຳລາຍແຫຼ່ງ ເພາະພັນ ໜອນນ້ຳຍຸງລາຍ ບໍ່ພຽງແຕ່ ແມ່ນໜ້າທີ່ຂອງສຳນັກງານ, ອົງການໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ຂອງໝົດທຸກຄົນໃນທົ່ວສັງຄົມ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ກຳຈັດ ແລະ ທຳລາຍໃຫ້ໝົດໄປ ໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີນ້ຳຂັງຢູ່ຕາມກະໂປະ, ກະປ໋ອງ, ຢາງຕີນລົດ ແລະ ອື່ນໆ.ໃນປີ 2023 ທີ່ຜ່ານມາ, ໃນທົ່ວປະເທດລາວ ມີຜູ້ປ່ວຍໄຂ້ຍຸງລາຍທັງໝົດ 35.317 ກໍລະນີ ແລະ ມີຜູ້ເສຍຊີວິດ ທັງໝົດ 20 ຄົນ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຄໍາມ່ວນ 1 ຄົນ, ສະຫວັນນະເຂດ 2 ຄົນ, ບໍລິຄໍາໄຊ 5 ຄົນ, ວຽງຈັນ 3 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ, ອັດຕະປຶ 2 ຄົນ ແລະ ເຊກອງ 1 ຄົນ.