7 ຄົນຕິດຢູ່ໃນຖ້ຳ ຍັງບໍ່ຮູ້ຊະຕາກໍາ

7 ຄົນຕິດຢູ່ໃນຖ້ຳ ຍັງບໍ່ຮູ້ຊະຕາກໍາ

4 ວັນແລ້ວທີ່ປະຊາຊົນ 7 ຄົນຕິດຢູ່ໃນຖ້ຳອອກມາບໍ່ໄດ້ ເນື່ອງຈາກຝົນຕົກນ້ຳຖ້ວມໄຫຼຍຶ່ງຂຶ້ນເຂົ້າໄປໃນຖໍ້າທີ່ບ້ານພັນໄຊ ເມືອງລອງແຈ້ງ ແຂວງໄຊສົມບູນໂດຍຍັງບໍ່ຮູ້ຊະຕາກໍາ ຊຶ່ງໃນມື້ນີ້ ທີມຜູ້ຊ່ຽວຊານກູ້ໄພຈາກໄທ ທີມທໍາອິດໄດ້ສໍາເລັດ​ການວາງລະບົບ Air Line ແລະ ລະບົບ Rope ເພື່ອທຳການຄົ້ນຫາໄດ້ຫຼາຍກວ່າ 50% ແລ້ວ.

ອີງຕາມການລາຍງາຍຂອງຄະນະຮັບຜີດຊອບຂັ້ນແຂວງຕໍ່ສະຖານະການດັ່ງກ່າວໃຫ້ຮູ້ວ່າ: ໃນຕອນສວຍຂອງວັນທີ 20/5/2026 ມີປະຊາຊົນໄປນຳກັນ 8 ຄົນ ເດີນທາງອອກໄປຊອກຮ່ອນຄຳ ແລະ ຫາສັດປ່າເພື່ອມາລ້ຽງຊີບຕາມປົກກະຕິ ຈຸດເກີດເຫດໄກຈາກບ້ານ ປະມານ 1 KM. ຕໍ່ກັບເຫດການດັ່ງກ່າວແມ່ນເກີດຂຶ້ນ ພາຍຫຼັງທັງ 8 ຄົນໄດ້ລົງໄປໃນຖ້ຳ ເຊິ່ງມີຄວາມເລິກປະມານ 100 ກ່ວາແມັດ, ປາກຖ້ຳແຄບ ລັກສະນະຖ້ຳເປັນຮູລົງເລິກ ເຂົ້າໄປໄດ້ຍາກ ແລະ ທາງໃນ ພັດນ້ອຍ ແຕ່ລະຊັ້ນເປັນຖ້ຳມີຫ້ອງໂຖງເຊິ່ງຫ່າງກັນຊັ້ນລະ 10-20 ແມັດ ເປັນຫີນໜາມໜໍ່.

ຜູ້ທີ 8 ທີ່ອອກມາໄດ້ ໄດ້ກ່າວວ່າ: ລາວລົງຫາກໍ່ຮອດຊັ້ນ 4 ຫ່າງຈາກປາກຖ້ຳປະມານ 40-50 ແມັດ ເຫັນຝົນຕົກແຮງຫຼາຍ ນ້ຳມີມວນສານເພີ່ມຂຶ້ນໄຫຼເຂົ້າຖ້ຳເລື້ອຍໆ ລາວຈຶ່ງຕັດສິນໃຈລອຍນ້ຳ ປີນກັບຄືນອອກມາໄດ້ ເຫຼືອໝູ່ທີ່ໄປນຳກັນ ຕິດຄ້າງໃນຖ້ຳຈຳນວນ 7 ຄົນໂດຍບໍ່ຮູ້ວ່າ ຈຳນວນ 7 ຄົນ ລົງໄປຮອດຊັ້ນໃດແດ່.

ທີ່ມາ: ມູນນິທິສາຍໃຈລາວບ້ານຫ້ອມ 1666 ແລະ ©Manat K Artmongkron

Related Articles

Leave a Reply