ມີ 89 ຫົວໜ່ວຍທຸລະກິດໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຄົບຮອບ 35 ປີ.
89 ຫົວໜ່ວຍທຸລະກິດ ນີ້ເປັນທຸລະກິດຂອງຄົນລາວ ແລະ ທຸລະກິດທີ່ມີເຈົ້າຂອງເປັນຕ່າງປະເທດ ມາຈາກ 12 ຂະແໜງການປະກອບມີຂະແໜງອຸດສາຫະກໍາປຸງແຕ່ງ; ຂະແໜງການຄ້າ; ຂະແໜງໄອທີ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງອຸດສາຫະກໍາການຜະລິດ, ຂະແໜງການບໍລິການ, ຂະແໜງຂົນສົ່ງ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງທະນາຄານ ແລະ ສະຖາບັນການເງິນ, ຂະແໜງການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ຂະແໜງໂຄສະນາ ແລະການຈັດງານ ແລະ ຂະແໜງກໍ່ສ້າງ ແລະ ອະສັງຫາ.
ພິທີມອບຮັບລາງວັນດັ່ງກ່າວນິ້ ໄດ້ຈັດຂຶ້ນໃນວັນເສົາທີ່ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.


