Vientiane Times Lao
9 ເດືອນ ນັກທ່ອງທ່ຽວໃນຫຼວງພະບາງເພີ່ມຂຶ້ນ 121% ທຽບໃສ່ປີກ່ອນ

9 ເດືອນ ນັກທ່ອງທ່ຽວໃນຫຼວງພະບາງເພີ່ມຂຶ້ນ 121% ທຽບໃສ່ປີກ່ອນ

ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່າວວ່າ ໃນໄລຍະ 9 ເດືອນ ຂອງປີ 2023 ມີນັກທ່ອງທ່ຽວທັງໝົດ 779.811 ເທື່ອຄົນ ທຽບໃສ່ໄລຍະດຽວກັນແມ່ນພີ່ມຂຶ້ນ 427.738 ເທື່ອຄົນ, ເທົ່າກັບ 121,49% , ນັກທ່ອງທ່ຽວພາຍໃນ 177.596 ເທື່ອຄົນ 

ຫຼວງພະບາງ ເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ຫຼາກຫຼາຍ. 

ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່າວວ່າ: ແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ເປັນຕົ້ນ: ຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ.

ໂດຍນອກຈາກ ແຫຼ່ງທ່ອງທ່ຽວຕ່າງໆ ແລ້ວ ພາຍໃນແຂວງຫຼວງພະບາງກໍຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ຊຶ່ງປະຈຸບັນມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ.

ປັດຈຸບັນ ທົ່ວແຂວງຫຼວງພະບາງ ມີໂຮງແຮມ, ຣີສອດ 97 ແຫ່ງ, ເຮືອນພັກ 400 ຫຼັງ, ຮ້ານອາຫານ 311 ຮ້ານ, ມີບໍລິສັດທ່ອງທ່ຽວ 97 ບໍລິສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະປາ 36 ຮ້ານ, ມີພະນັກງານນໍາທ່ຽວລະດັບຊາດ 553 ຄົນ,ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ.

ເນື່ອງໃນປີ 2024​ ທີ່ກຳລັງຈະມາຮອດນີ້ ເປັນປີ ທ່ອງທ່ຽວລາວ ທາງອຳນາດການປົກຄອງແຂວງ ຫຼວງພະບາງເວົ້າລວມ ເວົ້າສະເພາະກໍຄື ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ  ແມ່ນກຳລັງເລັງມືກະກຽມ ທັງໃນດ້ານການໂຄສະນາ ແລະ ຍົກສູງຄຸນນະພາບ ແລະ ມາດຕະຖານການທ່ອງ

ທ່ຽວຕ່າງໆ ເພື່ອຕ້ອນຮັບນັກທ່ອງທ່ຽວ.

ໂດຍ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ກ່າວວ່າ: ເພື່ອກະກຽມຄວາມພ້ອມ ປີທ່ອງທ່ຽວລາວໃນປີ 2024, ແຂວງຈະເພີ່ມທະວີການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຜ່ານສື່ຕ່າງໆ, ປັບປຸງບູລະນະປົວແປງແຫຼ່ງທ່ອງທ່ຽວ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ບັນລຸຕາມແຜນ, ຈັດກິດຈະກໍາການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ແລະ ຊຸກຍູ້ເອກະຊົນ, ສັງຄົມເຂົ້າມາມີສ່ວນຮ່ວມພັດທະນາວຽກງານການທ່ອງທ່ຽວໃຫ້ຫຼາຍຂຶ້ນ. 

ຄາດວ່າໝົດປີ 2023 ນີ້ ຈະມີນັກທ່ອງທ່ຽວເຂົ້າມາຫຼວງພະບາງ ທັງໝົດປະມານ 1.025.694 ເທື່ອຄົນ ແລະ ຮອດປີ 2025 ໃຫ້ໄດ້ 2.845.584 ເທື່ອຄົນ.

ຫຼວງພະບາງ ມີທ່າແຮງທີ່ສາມາດດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຊິ່ງປັດຈຸບັນ, ແຂວງຫຼວງພະບາງ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍ, ມີທ່າແຮງດ້ານການທ່ອງທ່ຽວທີ່ພົ້ນເດັ່ນ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເປັນຈຳນວນຫຼາຍ.

Related Articles

Leave a Reply