ລັດຖະບານໃຫ້ໂຈະ ຫຼື ຫ້າມນໍາເຂົ້າຊົ່ວຄາວລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟທຸກປະເພດ ຈົນໝົດປີ 2026 ແຕ່ກໍຍົກເວັ້ນພາຫະນະ ຂົນສົ່ງໂດຍສານ, ພາຫະນະກົນຈັກ, ລົດບັນທຸກ ທີ່ຮັບໃຊ້ໂຄງການ ແລະ ການຜະລິດ.
ການໂຈະດັ່ງກ່າວ ແມ່ນເພື່ອຈັດຕັ້ງປະຕິບັດທິດຊີ້ນໍາຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ແລະ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2026 ທີ່ຜ່ານມາ ໂດຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດ ດັ່ງນີ້:
ໃຫ້ໂຈະຊົ່ວຄາວການນໍາເຂົ້າລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟທຸກປະເພດ ຈົນໝົດປີ 2026, ຍົກເວັ້ນພາຫະນະ ຂົນສົ່ງໂດຍສານ, ພາຫະນະກົນຈັກ, ລົດບັນທຸກ ທີ່ຮັບໃຊ້ໂຄງການ ແລະ ການຜະລິດ, ພາຫະນະຮັບໃຊ້ວິຊາ ສະເພາະ, ພ້ອມນັ້ນ ກໍ່ໃຫ້ຄົ້ນຄວ້ານະໂຍບາຍ ເພື່ອຫຼຸດຜ່ອນຜົນເສຍຫາຍຂອງບັນດາບໍລິສັດນໍາເຂົ້າລົດ ທີ່ໄດ້ຮັບ ຜົນກະທົບຈາກນະໂຍບາຍດັ່ງກ່າວ.
ໃຫ້ເລັ່ງປັບປຸງລະບົບໄຟຟ້າ ເພື່ອຮອງຮັບການນໍາໃຊ້ລົດໄຟຟ້າ ທີ່ຈະເພີ່ມຂຶ້ນແບບກ້າວກະໂດດ ພ້ອມທັງ ສົມທົບກັບບັນດາອົງການອ້ອມຂ້າງສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທົ່ວປະເທດ ເພື່ອອໍານວຍຄວາມ ສະດວກໃຫ້ບັນດາບໍລິສັດທີ່ເຮັດກິດຈະການ ຕິດຕັ້ງສະຖານີຫົວສາກໄຟຟ້າ ໂດຍໃຫ້ມີນະໂຍບາຍພິເສດຕໍ່ການນໍາ ໃຊ້ພື້ນທີ່ (ທີ່ດິນ) ທີ່ຢູ່ໃນການຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອນໍາໃຊ້ເຂົ້າໃນການ ຕິດຕັ້ງສະຖານີຫົວສາກ ລົດໄຟຟ້າ, ພ້ອມນັ້ນ ໃຫ້ຮີບຮ້ອນກຳນົດລາຄາໄຟຟ້າ ສໍາລັບຜູ້ປະກອບການທີ່ລົງທຶນຕິດຕັ້ງ ສະຖານີຫົວສາກໄຟຟ້າ ເພື່ອບໍລິການປະຊາຊົນ ໃນລາຄາທີ່ສົມເຫດສົມຜົນ ເພື່ອສົ່ງເສີມການນໍາໃຊ້ລົດໄຟຟ້າ.
ສໍາລັບ ລົດໄຟຟ້າ 100% ທີ່ລາຄາຕໍ່າກວ່າ 50,000 (ຫ້າສິບພັນ) ໂດລາສະຫະລັດ ແມ່ນໃຫ້ຍົກເລີກ ການເກັບຄ່າຊື້ສິດນໍາເຂົ້າທັນທີ, ລົດໄຟຟ້າ 100% ທີ່ມີມູນຄ່າແຕ່ 50,000 (ຫ້າສິບພັນ) ໂດລາສະຫະລັດ ແລະ ລົດພະລັງງານທາງເລືອກ ແມ່ນໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າຄືນກ່ຽວກັບການເກັບຄ່າຊື້ສິດນໍາ ໂດຍ ຄົ້ນຄວ້າອີງຕາມນະໂຍບາຍການສົ່ງເສີມການນໍາໃຊ້ລົດໄຟຟ້າ, ການຕ້ານການຟຸມເຟືອຍ ແລະ ການຈຳກັດການໄຫຼ ອອກຂອງເງິນຕາຕ່າງປະເທດ.
ລາຍລະອຽດຕ່າງໆລະບຸໄວ້ຕາມໃບແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ..



