ພົບເຫັນລະເບີດໃຫຍ່ 1 ໜ່ວຍ ທີ່ບ້ານພູທອງເທິງ ເມືອງບາຈຽງຈະເລີນສຸກ ແຂວງ ຈໍາປາສັກ

ພົບເຫັນລະເບີດໃຫຍ່ 1 ໜ່ວຍ ທີ່ບ້ານພູທອງເທິງ ເມືອງບາຈຽງຈະເລີນສຸກ ແຂວງ ຈໍາປາສັກ

ເມື່ອວັນທີ 7 ມິຖຸນາ 2026 ຜ່ານມານີ້,  ທີມງານພາກສະໜາມ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງ ຈໍາປາສັກ ໄດ້ຮັບຂໍ້ມູນຈາກປະຊາຊົນ ວ່າ, ພົບເຫັນລະເບີດໃຫຍ່ 1 ໜ່ວຍ ໃນລະຫວ່າງກະກຽມພື້ນທີ່ສໍາລັບປູກມັນຕົ້ນ ຢູ່ບ້ານພູທອງເທິງ, ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ.

ສະນັ້ນ ທີມງານພາກສະໜາມ ຈຶ່ງໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຣາມ) ທີ່ຍັງຢູ່ໃນສະພາບຝັງດິນ ຈຶ່ງໄດ້ລະດົມກໍາລັງເພື່ອຂຸດເອົາລະເບີດດັ່ງກ່າວຂຶ້ນມາ ແລະ ເຄື່ອນຍ້າຍໄປຈຸດທີ່ປອດໄພ ເພື່ອວາງແຜນດໍາເນີນການທຳລາຍໃນຂັ້ນຕອນຕໍ່ໄປ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍໃຫ້ປະຊາຊົນເອົາໃຈໃສ່ໃນການດໍາເນີນກິດຈະກໍາດ້ວຍຄວາມລະມັດລະວັງ ໂດຍສະເພາະການຜະລິດກະສິກໍາໃນໄລຍະລະດູຝົນທີ່ມີຄວາມສ່ຽງສູງຕໍ່ການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ ແລະ ຂໍໃຫ້ປະຊາຊົນຊ່ວຍແຈ້ງຂໍ້ມູນລະເບີດທີ່ພົບເຫັນຢູ່ໃນທີ່ດິນ ຫຼື ຊຸມຊົນຂອງຕົນ ເພື່ອການທຳລາຍທີ່ທັນການ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸປະຕິເຫດ.ທີ່ມາ: Lao National Unexploded Ordnance Programme

Related Articles

Leave a Reply