Vientiane Times Lao
ADB ຄາດຄະເນວ່າ ເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ

ADB ຄາດຄະເນວ່າ ເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ

ທະນາຄານພັດທະນາ ອາຊີ Asian Development Bank (ADB) ຄາດຄະເນວ່າ ເສດຖະກິດ ສປປ ລາວ ຈະມີການເຕີບໂຕໃນລະດັບ ປານກາງ ໃນປີ 2024 ນີ້ ແລະ ປີ ໜ້າ ຈາກແຮງສະໜັບສະໜູນຈາກພາຍນອກ ເຊັ່ນ: ການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ. ທ່າມກາງຄວາມກົດດັນຈາກພາວະເງິນເຟີ້ ແລະ ພັນທະທີ່ຕ້ອງຊຳລະໜີ້ ໃຫ້ກັບຕ່າງປະເທດ.

ບົດລາຍງານເສດຖະກິດປະຈຳເດືອນ ເມສາ ຂອງ ADB ລະບຸວ່າ GDP ຂອງ ສປປ ລາວ ໃນປີ 2024 ແລະ 2025 ຈະມີການຂະຫຍາຍຕົວປະມານ 4%. ໂດຍໄດ້ຮັບແຮງສະໜັບສະໜູນຈາກຄວາມຕ້ອງການພາຍນອກ ໃນຂະແໜງການບໍລິການ ເຊັ່ນ: ການທ່ອງທ່ຽວ ທີ່ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 4,2ລ້ານຄົນໃນປີ 2024 ແລະ ຍັງຈະໄດ້ຜົນປະໂຫຍດຈາກການພັດທະນາພື້ນຖ່ານໂຄ່ງລາງໃນການເດີນທາງທີ່ງ່າຍຂຶ້ນ.

 ADB ລະບຸຕື່ມອີກວ່າ ນອກນີ້ ຍັງຈະໄດ້ຮັບການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະໃນໂຄງການພະລັງງານສະອາດຕ່າງໆເຊິ່ງຈະເປັນແຮງສະໜັບສະໜູນສຳຄັນໃນການຊຸກຍູ້ການຂະຫຍາຍຕົວຂອງອຸດສາຫະກຳຂອງ ສປປ ລາວ.

ແຕ່ຢ່າງໃດກໍຕາມ, ທ່າມກາງການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ທະນາຄານພັດທະນາອາຊີ ກໍຍັງລະບຸວ່າ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເງິນກີບທີ່ອ່ອນຄ່າ ແລະ ໜີ້ສິນສາທາລະນະຍັງຄົງເປັນສິ່ງທ້າທາຍທີ່ສໍາຄັນສໍາລັບການພັດທະນາຂອງ ສປປ ລາວ.

ຜູ້ອຳນວຍການ ADB ປະຈຳ ສປປ ລາວ, ທ່ານ Sonomi Tanaka ກ່າວວ່າ: “ຄວາມກົດດັນຈາກໜີ້ສິນທີ່ບໍ່ຍືນຍົງ ແລະ ອັດຕາເງິນເຟີ້ສູງທີ່ສູງ, ອາດເຮັດໃຫ້ຈັງຫວະການຟື້ນຕົວຂອງເສດຖະກິດໂດຍລວມຂອງປະເທດຫຼຸດລົງ,”

ຄວາມກົດດັນຂອງອັດຕາເງິນເຟີ້ຄາດວ່າຈະຍັງຄົງຢູ່ຍ້ອນວ່າທຸລະກິດຂຶ້ນລາຄາເພື່ອຊົດເຊີຍຄ່າໃຊ້ຈ່າຍທີ່ສູງຂຶ້ນເຊິ່ງເປັນຜົນມາຈາກການອ່ອນຄ່າຂອງເງິນກີບ ແລະ ການເພີ່ມຄ່າຈ້າງ. ລາຄາຜູ້ບໍລິໂພກຄາດວ່າຈະເພີ່ມຂຶ້ນໂດຍສະເລ່ຍ 20% ໃນປີ 2024, ຄ່ອຍໆຫຼຸດລົງເປັນ 7%ໃນປີ 2025.

ອີງຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ, ອັດຕາເງິນເຟີ້ໃນລາວຢືນຢູ່ທີ່ 24.9% ໃນເດືອນມີນາ ເຊິ່ງເພີ່ມຂຶ້ນ 1.3% ຈາກເດືອນກຸມພາ ແລະ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ທະນາຄານພັດທະນາອາຊີ ລະບຸວ່າ ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນ ເຮັດໃຫ້ລາຄາອາຫານ, ການບໍລິການ ໂຮງແຮມ ແລະ ຮ້ານອາຫານເພີ່ມ ສູງກວ່າລາຍຮັບຂອງແຮງງານ ເຮັດໃຫ້ກຳລັງຊື້ສ່ວນໃຫຍ່ພາຍໃນປະເທດນັ້ນ ຫຼຸດລົງ.

ການຫຼຸດລົງຂອງກໍາລັງການຊື້ຂອງຄົວເຮືອນມີຜົນສະທ້ອນຢ່າງຫຼວງຫຼາຍຕໍ່ອະນາຄົດຂອງເສດຖະກິດລາວ. ADB ກ່າວວ່າ ນັກຮຽນຈະອອກໂຮງຮຽນຫຼາຍຂຶ້ນ ແລະ ການເຄື່ອນຍ້າຍແຮງງານອາດຈະເພີ່ມຂຶ້ນເມື່ອຄົນຊອກຫາໂອກາດການຈ້າງງານຢູ່ບ່ອນອື່ນ.

Related Articles

Leave a Reply