Vientiane Times Lao
Airline Ratings ຢືນຢັນ Vietjet ເປັນສາຍການບິນທີ່ປອດໄພ ທີ່ສຸດໃນໂລກໃນປີ 2025

Airline Ratings ຢືນຢັນ Vietjet ເປັນສາຍການບິນທີ່ປອດໄພ ທີ່ສຸດໃນໂລກໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັ້ງວ່າເປັນໜື່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊື່ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ພ້ອມດ້ວຍສາຍການບິນ Ryanair, easyJet ແລະ Frontier ສາຍການບິນຊັ້ນນໍາຂອງໂລກ, ໄດ້ຢຸ່ໃນ 10 ອັນດັບເປັນເວລາຫຼາຍປີຕິດຕໍ່ກັນ.   ຜົນສໍາເລັດດັ່ງກ່າວໄດ້ຢືນຢັນຄືນຄວາມມຸ່ງໝັ້ນອັນໂດດເດັ່ນຂອງສາຍການບິນຕໍ່ກັບຄວາມປອດໄພໃນການບິນ ເພື່ອຄວາມອຸ່ນໃຈຂອງທັງຜູ້ໂດຍສານ ແລະ ລູກເຮືອ.

ໃນການປະເມີນປະຈໍາປີ 2025, Airline Ratings ໄດ້ຕິດຕາມສາຍການບິນທົ່ວໂລກ 385 ສາຍການບິນ ໂດຍພິຈາລະນາປັດໄຈຕ່າງໆ ເຊັ່ນ: ບັນທືກເຫດການໃນຊ່ວງໄລຍະສອງປີທີ່ຜ່ານມາ, ອາຍຸຂອງສາຍການບິນ, ຜົນການກວດສອບ

 ໂດຍອົງການການບິນພົນລະເຮືອນສາກົນ (ICAO) ແລະ ມາດຕະການຄວາມປອດໄພອື່ນໆ.

Sharon Petersen ປະທານເຈົ້າໜ້າທີ່ບໍລິຫານ AirlineRatings.com ກ່າວວ່າ: “ຝຸງບິນຂອງ Vietjet ເປັນຝູງບິນທີ່ອາຍຸນ້ອຍທີ່ສຸດໃນຫວຽດນາມ ແລະ ມີເຄື່ອງບິນທີ່ໃໝ່ທີ່ສຸດໃນພາກພື້ນອາຊີປາຊີຟິກ. ປະຫວັດດ້ານຄວາມປອດ

 ໄພຂອງ Vietjet ຕະຫຼອດຫຼາຍປີທີ່ຜ່ານມາສະທ້ອນເຖິງຄວາມສໍາເລັດອັນໂດດເດັ່ນ.”

Airline Ratings ຍັງມອບຄະແນນດ້ານຄວາມປອດໄພ 7 ດາວໃຫ້ກັບ Vietjet ເຊິ່ງເປັນລະດັບສູງສຸດທີ່ມີ, ໂດຍ

 ເປັນການຍອມຮັບເຖິງຄວາມມຸ່ງໝັ້ນດ້ານຄວາມປອດໄພຢ່າງຕໍ່ເນື່ອງຂອງສາຍການບິນຕັ້ງແຕ່ປີ 2018.

ປັດຈຸບັນ Vietjet ດໍາເນີນການດ້ວຍຝູງບິນແອບັສທີ່ທັນສະໄໝ ແລະ ປະຢັດນໍ້າມັນ, ໂດຍມີອັດຕາຄວາມໜ້າເຊື່ອຖື

ທາງເຕັກນິກ 99.7% ຈັດຢູ່ໃນກຸ່ມຜູ້ປະກອບການຊັ້ນນໍາທັງໃນພາກພື້ນ ແລະ ລະດັບໂລກ. ໃນປີ 2024 ສາຍການບິນ

ໄດ້ເພີ່ມເຄື່ອງບິນໃໝ່ 10 ລໍາເຂົ້າສູ່ຝູງບິນ, ເຮັດໃຫ້ມີເຄື່ອງບິນລວມທັງໝົດ 115 ລໍາ, ໃຫ້ບໍລິການເສັ້ນທາງບິນພາຍໃນປະເທດ ແລະ  

ລະຫວ່າງປະເທດກວ່າ 170 ເສັ້ນທາງ. ເສັນທາງເຫຼົ່ານີ້ຊ່ວຍໃຫ້ນັກທ່ອງທ່ຽວຈາກລາວສາມາດເດີນທາງ

 ຂ້າມພາກພື້ນຜ່ານນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ເຊິ່ງເປັນມະຫານະຄອນທີ່ໃຫຍ່ທີ່ສຸດສອງແຫ່ງຂອງຫວຽດນາມ,

ເຊື່ອມຕໍ່ໄປຍັງຈຸດໝາຍປາຍທາງທ່ອງທ່ຽວຍອດນິຍົມດ້ວຍຕົວເລືອກຖ້ຽວບິນລາຄາປະຢັດ.

ໃນຂະນະດຽວກັນ, Vietjet ຍັງຄົງລົງທືນຢ່າງຫຼວງຫຼາຍໃນດ້ານການຝືກອົບຮົມ, ການບໍາລຸງຮັກສາ ແລະ ວິສະວະກໍາ

ເພື່ອຮັກສາມາດຕະຖານຄວາມປອດໄພສູງສຸດ. ສະຖາບັນການບິນ Vietjet (VJAA) ເຊິ່ງເປັນພັນທະມິດດ້ານການ

 ຝືກອົບຮົມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຊ່ວຍໃຫ້ຄວາມໝັ້ນໃຈໄດ້ວ່າຈະມີບຸກຄະລາກອນດ້ານ

ການບິນທີມີທັກສະສູງຢ່າງຕໍ່ເນື່ອງ. ສາຍການບິນຍັງຂະຫຍາຍການຮັບສະໝັກນັກບິນ ແລະ ລູກເຮືອ ເພື່ອສະໜັບສະ

 ໜູນຍຸດທະສາດການຂະຫຍາຍເຄືອຂ່າຍຖ້ຽວບິນທົ່ວໂລກ.

Airline Ratings ປະເມີນດ້ານຄວາມປອດໄພ, ຜະລິດຕະພັນເທິງຖ້ຽວບິນ ແລະ ປັດໄຈອື່ນໆ , ການຈັດອັນດັບ

 ຂອງເວັບໄຊນີ້ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ໂດຍສານຫຼາຍລ້ານຄົນຈາກ 195 ປະເທດ. ສິ່ງນີ້ໄດ້ກາຍເປັນມາດຕະຖານ

 ອຸດສາຫະກໍາສໍາລັບການປະເມີນຄວາມປອດໄພ ແລະ ຜະລິດຕະພັນ.

Related Articles

Leave a Reply