ບຸນທາດຫຼວງປີນີ້ເລັ່ງໃສ່ພິທີທາງສາສະໜາ
ງານນະມັດສະການບຸນພະທາດຫຼວງປີນີ້ ການນຳຂອງນະຄອນຫຼວງວຽງຈັນໄດ້ ເນັ້ນໃສ່ເລື່ອງສາສະໜາຫຼາຍກວ່າ ກິດຈະກຳອື່ນໆ. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນໄດ້ກ່າວໃນພິທີ ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2019 ໃນຕອນຄ່ຳຂອງມື້ ວານນີ້ 05 ພະຈິກ 2019 ວ່າ:…


